ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສຳເລັດການເຄື່ອນໄຫວຢ້ຽມຢາມ ສັນທະວະໄມຕີ ສສ ຫວຽດນາມ
ເວລາອອກຂ່າວ: 2022-01-13 08:47:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ໂດຍຕອບສະໜອງຕາມຄຳ ເຊີນຂອງ ສະຫາຍ ພົນເອກ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ; ສະຫາຍ ພົນ ເອກ ວິໄລ ຫຼ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ສປປ ລາວ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງກະ ຊວງປ້ອງກັນຄວາມສະຫງົບ (ປກສ) ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງ ເປັນທາງການ ໃນລະຫວ່າງວັນທີ 8-10 ມັງກອນ 2022 ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ-ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ໝັ້ນຄົງ; ພິທີຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງ ປກສ ລາວ ໄດ້ຈັດຂຶ້ນຢ່າງເປັນທາງ ການໃນວັນທີ 9 ມັງກອນ 2022 ຢູ່ທີ່ກະຊວງປ້ອງກັນຄວາມສະ ຫງົບ ສສ ຫວຽດນາມ, ໂດຍການ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ຂອງ ສະຫາຍ ພົນເອກ ໂຕ ເລິມ ພ້ອມຄະນະ. ຄະນະຜູ້ແທນທັງສອງຝ່າຍ ໄດ້ມີການພົບປະ ພ້ອມກັນຕີລາ ຄາສະພາບການຮອບດ້ານທີ່ ມີການຜັນແປໄປຢ່າງສັບຊ້ອນ ມີທັງກາລະໂອກາດ ແລະ ສິ່ງ ທ້າທາຍຫຼາຍຢ່າງຕໍ່ລາວ ແລະ ຫວຽດນາມ ເພື່ອພ້ອມກັນຮັບມື ແລະ ສືບຕໍ່ເພີ່ມທະວີສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກແບບພິເສດ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ເລິກເຊິ່ງ ກວ້າງຂວາງ ຮັບປະກັນໃຫ້ສອງ ປະເທດມີຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ, ປະຊາຊົນສອງຊາດມີຄວາມສະດວກສະບາຍໃນການໄປມາຫາສູ່ກັນພາຍໃຕ້ມາດຕະການປ້ອງກັນ ພະຍາດ ໂຄວິດ-19. ນອກນັ້ນ, ຜູ້ແທນທັງສອງຝ່າຍຍັງໄດ້ຢືນ ຢັນຢ່າງໜັກແໜ້ນເພື່ອປະຕິບັດ ແຜນການຮ່ວມມື ປະຈຳປີ 2022 ລະຫວ່າງກະຊວງປ້ອງກັນຄວາມ ສະຫງົບລາວ ແລະ ກະຊວງປ້ອງ ກັນຄວາມສະຫງົບຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 8 ມັງກອນ 2022 ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງນາ ຍົກລັດຖະມົນຕີສອງປະເທດ. ສຳລັບແຜນການຮ່ວມມື ປະຈຳປີ 2022, ກະຊວງປ້ອງກັນ ຄວາມສະຫງົບສອງປະເທດ ລາວ-ຫວຽດນາມ ຈະສືບຕໍ່ ຮ່ວມມືປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ປົກປັກ ຮັກສາຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ຕາມຊາຍ ແດນຕິດຈອດ, ນະຄອນ, ແຂວງ ແຮກສ່ຽວ, ຮັບປະກັນຄວາມປອດ ໄພໃຫ້ແກ່ພົນລະເມືອງຂອງ ສອງປະເທດ, ສຸມໃສ່ກວດກາ ແລະ ຄວບຄຸມຢາເສບຕິດ, ຮ່ວມ ມືຊ່ວຍເຫຼືອກໍ່ສ້າງກຳລັງໃຫ້ມີ ຄວາມເຂັ້ມແຂງ, ພ້ອມທັງຮ່ວມ ມືດ້ານການຄົ້ນຄວ້າປະຫວັດ ສາດ ແລະ ວິທະຍາສາດໃຫ້ ກວ້າງຂວາງຂຶ້ນ, ແລກປ່ຽນຄະ ນະຜູ້ແທນໄປມາ ເຮັດວຽກ, ຢ້ຽມ ຢາມ, ພັກຜ່ອນ ແລະ ປິ່ນປົວ. ໃນວັນດຽວກັນກໍໄດ້ມີພິທີ ປະດັບຫຼຽນໄຊ ຂອງ ສປປ ລາວ ໃຫ້ກົມກອງລວມໝູ່ ແລະ ບຸກ ຄົນ ທີ່ສັງກັດຢູ່ກະຊວງປ້ອງກັນ ຄວາມສະຫງົບ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນຫວຽດ ນາມ ຄົບຮອບ 75 ປີ, ເຊິ່ງໄດ້ ມອບໃຫ້ກົມກອງລວມໝູ່ : ຫຼຽນ ໄຊອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II 1 ໜ່ວຍ, ຊັ້ນ III 3 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນ I 2 ໜ່ວຍ, ຊັ້ນ II 3 ໜ່ວຍ, ຊັ້ນ III 5 ໜ່ວຍ ແລະ ຍ້ອງຍໍໃຫ້ແກ່ບຸກຄົນ : ຫຼຽນໄຊອິດສະຫຼະຊັ້ນ I 1 ໜ່ວຍ, ຊັ້ນ II 3 ໜ່ວຍ, ຊັ້ນ III 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I 7 ໜ່ວຍ, ຊັ້ນ II 10 ໜ່ວຍ, ຊັ້ນ III 16 ໜ່ວຍ ແລະ ມອບຫຼຽນໄຊແຮງງານຊັ້ນ II ໃຫ້ຫ້ອງການ B3 1 ໜ່ວຍ, ຊັ້ນ III 2 ໜ່ວຍ. ໃນວັນທີ 10 ມັງກອນ 2022 ວິທະຍາຄານສັນຕິບານປະຊາຊົນ ຫວຽດນາມ ກໍໄດ້ຈັດພິທີມອບ ປະກາສະນິຍະບັດປະລິນຍາ ເອກກິດຕິມະສັກໃຫ້ ພົນເອກ ວິໄລ ຫຼ້າຄຳຟອງ ທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນການເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ, ເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ, ຄະນະນໍາ ຂັ້ນສູງຂອງກະຊວງ ປກສ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່າ ນັບ ສະຫາຍ ຫງວຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດ ນາມ. ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕາງໜ້າຄະນະ ນຳເອົາຄວາມຢື້ຢາມຖາມຂ່າວ ຄວາມຮັກແພງສາມັກຄີອັນສະ ໜິດແໜ້ນຈາກການນຳພັກ-ລັດ ຂອງ ສປປ ລາວ ມາເຖິງສະຫາຍ ປະທານປະເທດ ພ້ອມດ້ວຍ ການນຳພັກ-ລັດ ແລະ ປະຊາ ຊົນຫວຽດນາມ ພ້ອມນັ້ນທັງ ລາຍງານຈຸດປະສົງໃນການເດີນ ທາງເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມໃຫ້ສະຫາຍປະທານ ປະເທດ ສສ ຫວຽດນາມ ໄດ້ຮັບ ຊາບ. ສະຫາຍ ຫງວຽນ ຊວນ ຟຸກ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະນຳກະຊວງ ປກສ ລາວ ໃນການມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເວົ້າສະເພາະ ກໍແມ່ນການເຮັດວຽກຮ່ວມກັບກະຊວງປ້ອງກັນ ຄວາມສະຫງົບ ສສ ຫວຽດນາມ. ພ້ອມນັ້ນ, ສະຫາຍ ຫງວຽນ ຊວນ ຟຸກ ຍັງໄດ້ເນັ້ນໜັກໃຫ້ສອງກຳ ລັງສືບຕໍ່ເສີມຂະຫຍາຍສາຍພົວ ພັນທີ່ເປັນມູນເຊື້ອສະຫງ່າງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ ໝັ້ນຄົງທະນົງແກ່ນ ສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບທີ່ ຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງສຸມ ໃສ່ພັດທະນາສອງກຳລັງໃຫ້ ເຕີບໃຫຍ່ເຂັ້ມແຂງຮັບປະກັນ ໃຫ້ສອງປະເທດ ລາວ-ຫວຽດ ນາມມີຄວາມສະຫງົບປອດໄພ ປະຊາຊົນສອງຊາດໄປມາຫາສູ່ ກັນຢ່າງສະດວກສະບາຍສ້າງ ຄວາມເຂັ້ມແຂງໃນການປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງ. ໃນຕອນບ່າຍຂອງວັນທີ 10 ມັງກອນ 2022, ຄະນະຜູ້ແທນ ກະຊວງ ປກສ ລາວ ໄດ້ເດີນ ທາງກັບປະເທດດ້ວຍຄວາມສະ ຫວັດດີພາບ. ໂດຍ: ຄຳແສງ ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ