ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການາກຽມຈະປັບໃໝ່ສາຍການບິນທີ່ຮັບຜູ້ໂດຍສານບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19
ເວລາອອກຂ່າວ: 2021-12-15 11:14:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838889 | ຄວາມນິຍົມ:



ສໍານັກຂ່າວບີບີຊີລາຍງານໃນວັນທີ 15 ທັນວາ ນີ້ວ່າ: ກະຊວງສະທາລະນະສຸກຂອງການາ ແລະ ບໍລິສັດລັດວິສະວະກິດການບິນຂອງການາ ເປີດເຜີຍຮ່ວມກັນວ່າ, ນັບຕັ້ງແຕ່ວັນທີ 15 ທັນວາ ເປັນຕົ້ນໄປ ສາຍການບິນຂົນສົ່ງແຫ່ງໃດກໍຕາມທີ່ຮັບຜູ້ໂດຍສານທີ່ຍັງບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ມາລົງທີ່ສະໜາມບິນຂອງການາ ສາຍການບິນແຫ່ງນັ້ນຕ້ອງຊໍາລະຄ່າປັບໄໝຄົນລະ 3500 ໂດລາສະຫະລັດຕໍ່ຄົນ ຂອງຈໍານວນຜູ້ໂດຍສານທີ່ບໍ່ປະຕິບັດຕາມຂໍ້ກໍານົດດັ່ງກ່າວ. ຂະນະທີ່ຜູ້ໂດຍສານເຊິ່ງປະຕິເສດໃຫ້ຂໍ້ມູນດ້ານສະຂະພາບຕ້ອງເສຍຄ່າປັບໄໝ ແລະ ຜູ້ໂດຍສານທີ່ມີຜົນກວດໂຄວິດ-19 ເປັນບວກຕາມຈຸດກວດຫາເຊື້ອລະຫວ່າງປະເທດຕ້ອງໄດ້ຊໍາລະຄ່າປັບໄໝເທົ່າກັນ. ສໍາລັບການເດີນທາງເຂົ້າປະເທດຂອງຜູ້ໂດຍສານທີ່ເດີນທາງມາທາງອາກາດ ຖ້າຫາກເປັນຊາວການາ ແລະ ຊາວຕ່າງຊາດຜູ້ທີ່ມີຖິ່ນຖານຢູ່ແບບຖາວອນໃນປະເທດ ຈະຍັງຄົງໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ ແຕ່ຕ້ອງໄດ້ກັກຕົວເປັນເວລາ 14 ວັນ, ສໍາລັບຊາວຕ່າງປະເທດທີ່ບໍ່ໄດ້ອາໄສຢູ່ປະເທດແບບຖາວອນຈະບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າປະເທດເດັດຂາດ. ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະບານການາກໍານົດໃຫ້ຜູ້ມີອາຍຸຕັ້ງກຕ່ 18 ປີຕ້ອງສະແດງຫຼັກຖານຢັງຢືນການຮັບວັກຊີນຄົບໂດສ ກ່ອນຈະອອກເດີນທາງເຂົ້າປະເທດ. ປັດຈຸບັນນີ້, ການາມີປະຊາກອນປະມານ 31 ລ້ານຄົນ ແລະ ມີຜູ້ຕິດເຊື້ອໂຄວິດສະສົມປະມານ 132.000 ຄົນ, ເສຍຊີວິດ 1243 ຄົນ ຂະນະທີ່ອັດຕາການສັກວັກຊີນຍັງຕໍ່າຢູ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ