ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແທນຊານີ ເປີດຕົວລົດຖັງ VT2
ເວລາອອກຂ່າວ: 2021-12-15 11:12:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 965 | ຄວາມນິຍົມ:



ເວັບໄຊ້ແທນຊານີລາຍງານວ່າ: ເມື່ອບໍ່ດົນມານີ້ກອງທັບແທນຊານີ ໄດ້ເປີດຕົວລົດຖັງ VT2 ເພື່ອສະຫຼອງ 60 ປີຂອງການປະກາດເອກະລາດ. VT2 ເປັນລົດຖັງຕໍ່ສູ້ຫຼັກ, ໂດຍຜະລິດໂດຍບໍລິສັດ ນໍຣິນໂກ ຂອງປະເທດຈີນ, ເຊິ່ງເປັນລຸ່ນສົ່ງອອກຂອງ Type 96A MBT. ລົດຖັງຖືກຕິດຕັ້ງດ້ວຍປືນຂະໜາດ 125 ມມ , ມີນໍ້າໜັກ 42.8 ໂຕ່ນ, ສາມາດຂັບເຄື່ອນດ້ວຍຄວາມໄວສູງສຸດ 57 ກິໂລເເມັດຕໍ່ຊົ່ວໂມງ, ພ້ອມທັງໄດ້ຮັບການຕິດຕັ້ງ ດ້ວຍອຸປະກອນການຕໍ່ສູ້ລຸ້ນລ່າສຸດ ມີເຄື່ອງແທກໄລຍະດ້ວຍເລີເຊີ ແລະ ອຸປະກອນການຕິດຕາມເປົ້າໝາຍແບບອັດຕະໂນມັດ ເຮັດໃຫ້ສາມາດໂຈມຕີເປົ້າໝາຍໄດ້ຢ່າງແມ້ນຍຳ. VT2 ຖືກອອກແບບ ຄືກັບລົດຖັງທົ່ວໄປ ໂດຍມີຕຳເເໜ່ງຄົນຂັບ ຢູ່ທາງດ້ານໜ້າ, ປ້ອມຍິງຢູ່ທາງກາງ ແລະ ບ່ອນເກັບເຄື່ອງຢູ່ທາງດ້ານຫຼັງ, ໃຊ້ຄົນປະຈຳຢູ່ຈຳນວນ 3 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ