ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເອັມບັບເປ້ ສ້າງສະຖິຕິເປັນນັກເຕະທີ່ອາຍຸນ້ອຍສຸດ ຍິງ 31 ປະຕູ ໃນຢູຟາແຊັມປຽນລີກ
ເວລາອອກຂ່າວ: 2021-12-10 12:38:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ການແຂ່ງຂັນເຕະບານ ຢູຟາ ແຊ້ມປຽນລີກ ລະດູການ 2021-2022 ຮອບແບ່ງກຸ່ມ ນັດສຸດທ້າຍ ກຸ່ມ A ເມື່ອຄືນທີ່ຜ່ານມາ, ປາຣີ ແຊັງແຊກແມັງ (PSG) ເປີດ ບ້ານ ເອົາຊະນະ ຄລັບບຣູ ແຊັມ ລີກສູງສຸດຂອງ ແບນຊິກ 4-1 ປະຕູ. ໂດຍປາຣີ ແຊັງແຊກແມັງ ໄດ້ປະຕູຈາກ ຄີລຽນ ເອັມບັບເປ້ 2 ປະຕູ ນາທີ ທີ 2 ແລະ 7, ລີໂອເນວ ແມດຊີ 2 ປະຕູ ນາທີ ທີ38 ແລະ ຍິງຈຸດໂທດນາທີ ທີ 76, ສ່ວນ ຄລັບບຣູສ ໄດ້ປະ ຕູຈາກ ແມັດ ຣິດ ນາທີ ທີ 68. ຈາກໄຊຊະນະນັດນີ້ເຮັດໃຫ້ ຄີລຽນ ເອັມບັບເປ້ ສ້າງສະຖິຕິ ເປັນນັກເຕະທີ່ອາຍຸນ້ອຍສຸດ ດ້ວຍໄວ 22 ປີ ກັບ 352 ວັນ ຍິງ 31 ປະຕູ ໃນ ຢູຟ້າ ແຊັມປ້ຽນລີກ ຈາກ 51 ນັດ ແລະ ສົ່ງບານໃຫ້ໝູ່ຍິງອີກ 20 ຄັ້ງ. ສຳຫຼັບ 16 ທີມສຸດທີ່ຜ່ານ ເຂົ້າຮອບປະກອບມີ: ແມນຊິດຕີ້, ເຊວຊີ, ລີເວີພູ ແລະ ແມນຢູ ຈາກ ອັງກິດ; ບາເຍີນ ມີວນິກ ຈາກ ເຢຍລະມັນ; ແອດຕິໂກມາດຣິດ, ຣຽວມາດຣິດ ບີຢາຣີວ ຈາກ ແອັດສະປາຍ; ປາຣີ ແຊັງແຊກ ແມງ, ລີນ ຈາກ ຝຣັ່ງ, ອິນເຕິມິ ລານ, ຢູເວນຕຸດ ຈາກອີຕາລີ; ອາແຈັກ ຈາກ ໂຮນລັງ; ສະປອດ ຕິງ, ເບນຟິກ້າ ຈາກ ປັອກຕຸຍ ການ ແລະ ຊາວບວກ ຈາກ ໂອຕຣິດ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ