ທີມເທນນິດຣັດເຊຍ ໄດ້ແຊັມເດວິດຄັບໄປຄອງ ເປັນສະໄໝທີ 3 ສໍາເລັດ
ເວລາອອກຂ່າວ: 2021-12-09 11:05:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:
ການແຂ່ງຂັນລາຍການເທນ ນິດທີມຊາຍຊີງແຊັມໂລກ ເດວິດ
ຄັບ ໄຟນໍ 2021 ຮອບຊີງຊະນະ
ເລີດ ທີ່ນະຄອນຫຼວງມາຣິດ ປະ
ເທດແອັດສະປາຍ ເມື່ອຕົ້ນອາທິດ
ຜ່ານມາ ທີມສະຫະພັນເທນນິດ
ຣັດເຊຍ ສະແດງຜົນງານໄດ້ຢ່າງ ໂດດເດັ່ນ ສາມາດເອົາຊະນະທີມ ເທນນິດ ກຣົວຊີ ໄດ້ສໍາເລັດ 2-0 ເຊັດ ຄູ່ປະສົມໄດ້ແຊັມໄປຄອງ ສໍາເລັດເປັນສະໄໝທີ 3.
ທີມຣັດເຊຍຂຶ້ນນໍາກ່ອນ 1-0 ເຊັດຈາກຜົນງານຂອງ ອັງເດ ຣູ ເບຟ ທີ່ຕີໄລ່ພວງເອົາຊະນະ ບໍນາ ໂກໂຍ ຂອງກຣົວຊີ ໄດ້ສະບາຍ 2 ເຊັດລວດ 6-4, 7-6 (7-5)
ໃນປະເພດຊາຍດຽວຄູ່ທໍາອິດ ກ່ອນທີ່ ດານີວ ເມດເວເດຟ ນັກ
ເທນນິດ ມື 2 ຂອງໂລກ ຊະນະ
ມາຣິນ ຊີລິ 2 ເຊັດ 7-6 (9-7), 6-2 ໃນການແຂ່ງຂັນປະເພດ ຊາຍດ່ຽວຄູ່ທີ 2 ຊ່ວຍໃຫ້ຣັດເຊຍ ຊະນະໄປແບບຂາດລອຍ 2-0 ເຊັດ ໂດຍບໍ່ຕ້ອງໄປລຸ້ນຕໍ່ໃນປະ ເພດຊາຍຄູ່ອີກ.
ນອກຈາກນີ້, ການໄດ້ແຊັມ ເດວິດ ຄັບ ໄຟນອລ 2021 ຍັງ ເຮັດໃຫ້ຣັດເຊຍ ກາຍເປັນຊາດທີ 4 ສາມາດໄດ້ແຊັມທັງ ເດວິດ ຄັບ
ແລະ ບິລລີ ຈີນ ຄິງຄັບ ການ
ແຂ່ງຂັນປະເພດທີມຍິງມາຄອງ ໄດ້ໃນປີດຽວກັນອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ