ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

BWF ປະກາດຈັດອັນດັບຄູ່ປະສົມດອກປີກໄກ່ຊາວໄທຂຶ້ນເບີ 1 ຂອງໂລກ
ເວລາອອກຂ່າວ: 2021-12-09 11:03:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ຖືເປັນການສ້າງປະຫວັດ ສາດໄດ້ສໍາເລັດສໍາລັບ ບາສ ເດ ຊາພົນ ພົວຣານຸເຄາະ ກັບ ທັດ ສີຣິແຕລັດໄຊ ນັກແບັດມິນຕັນ ຄູ່ ປະສົມຊາວໄທ ທີ່ສາມາດໄດ້ແຊັມ ແບດມິນຕັນທັງ 3 ລາຍການທີ່ ປະເທດອິນໂດເນເຊຍ ທັງຄູ່ສະ ແດງຄວາມເກັ່ງໄດ້ດີຫຼາຍສາ ມາດກວາດແຊັມໄດ້ທັງໝົດ ລາຍ ການອິນໂດເນເຊຍ ມາສເຕີ ທົວ ນາເນັນເນດ ລະດັບເວີດທົວ 750, ອິນໂດເນເຊຍ ໂອເພັນ ທົວນາເນັນລະດັບເວີດທົວ1.000 ແລະ ບີດັບເບິນຢູເອຟ ເວີກທົວ ຮອບຊີງຊະນະເລີດ. ຈາກຜົນ ງານດັ່ງກ່າວ ເຮັດໃຫ້ຫຼ້າສຸດສະ ຫະພັນ ດອກປີໄກ່ (BWF) ໄດ້ ຈັດການປະກາດອັນດັບຄະແນນ ສະສົມນັກແບດມິນຕັນໂລກ (BWF World Ranking) ໃນວັນທີ 7 ທັນວາ ຜ່ານມາ ເຊິ່ງ ໃນປະເພດຄູ່ປະສົມ ບາສ ເດຊາ ພົນ ພົວຣານນຸເຄາະ ກັບ ປໍປໍ ທໍາ ສີຣິ ແຕ່ລັດໄຊ ສາມາດເກັບຄະ ແນນເພີ່ມຂະຫຍັບຂຶ້ນແຊງ ເຊງ ຊີເວຍ ກັບ ຫວງ ຫຍາຊຽງ ຄູ່ປະ ສົມ ຈາກ ສປ ຈີນ ຂຶ້ນມາເປັນມື 1 ໂລກເປັນຄັ້ງທໍາອິດດ້ວຍການ ມີຄະແນນສະສົມ 112,456 ຄະ ແນນ. ສໍາລັບ ໃນປີ 2020 ຖືເປັນປີ ສະແດງຟອມເກັ່ງຂອງທັງຄູ່ເມື່ອ ສາມາດໄດ້ແຊັມໄປໄດ້ຫຼາຍເຖິງ 7 ລາຍການລວມເຖິງການໄດ້ ແຊັມໃນລະດັບເວີດທົວ ຮອບສຸດ ທ້າຍໄດ້ເປັນສະໄໝທີ 2 ພ້ອມ ກັບເຮັດໃຫ້ມີຄະແນນສະສົມເປັນ ເປັນອັນດັບ 1 ຂອງໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ