ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 4 ເປີດຊຸດອົບຮົມວຽກເສນາພະລາ ແລະ ວຽກງານອຸປະໂພກ-ບໍລິໂພກ ປະຈຳປີ
ເວລາອອກຂ່າວ: 2021-12-09 11:01:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29592038 | ຄວາມນິຍົມ:



ໃນວັນທີ 6 ທັນວາ 2021 ນີ້, ຫ້ອງພະລາທິການ ກອງພົນທີ 4 ໄດ້ເປີດຊຸດອົບຮົມວຽກເສນາ ພະລາ ແລະ ວຽກງານອຸປະໂພກ- ບໍລິໂພກ ປະຈຳປີ 2021 ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ວີເລີດ ສວຍມາລີ ຫົວໜ້າຫ້ອງພະລາທິການ ກອງ ພົນທີ 4, ມີຄະນະຫ້ອງ ອົງການ 5 ຫ້ອງ, ຄະນະພັກ-ຄະນະບັນຊາ ກອງຮ້ອຍ 154 (ເຄມີສາດ), ຕະຫຼອດຮອດຜູ້ຮັບຜິດຊອບວຽກ ງານພະລາທິການ ແລະ ວຽກ ງານອຸປະໂພກ-ບໍລິໂພກ ແຕ່ລະ ກົມກອງທົ່ວກອງພົນທີ 4 ເຂົ້າ ຮ່ວມ. ສະຫາຍ ພັນໂທ ຈິດທະໜອມ ນາກຕະສິນ ຫົວໜ້າພະແນກແຜນ ການ ຫ້ອງພະລາທິການ ກອງພົນ ທີ 4 ໄດ້ຜ່ານແຜນການອົບຮົມ ເຊິ່ງການອົບຮົມໃນຄັ້ງນີ້ປະກອບ ມີ 2 ເນື້ອໃນ ຄື: ວຽກງານເສນາ ພະລາກຳ ນົດເວລາ 5 ວັນ ປະ ກອບມີ: ວຽກງານພະລາທິການ ປົກກະຕິ, ສ້າງບົດສະຫຼຸບປະຈຳ ໄຕມາດ ແລະ ປະຈຳປີ, ການສ້າງ ຮ່າງເອກະສານໜັງສືສະເໜີ, ວຽກງານສ້າງສະຖິຕິ, ວຽກງານ ພະລາທິການສູ້ຮົບ; ວຽກງານ ອຸປະໂພກ-ບໍລິໂພກ ກຳນົດເວລາ 5 ວັນ ປະກອບມີ: ວັດຖຸອຸປະ ໂພກ-ບໍລິໂພກ ແລະ ວັດຖຸຮັບປະ ກັນ, ແຜນການຮັບປະກັນອຸປະ ໂພກ-ບໍລິໂພກ, ວຽກງານຄຸ້ມ ຄອງພື້ນຖານວັດຖຸອຸປະໂພກ-ບໍ ລິໂພກ, ວຽກງານຈັດຕັ້ງຄຸ້ມຄອງ ສາງອຸປະໂພກ-ບໍລິໂພກ, ການຮັບ ປະກັນວັດຖຸອຸປະໂພກໃນຍາມປົກ ກະຕິ, ຂໍ້ກຳນົດຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ລະບົບອັດ ຕາ, ຫຼັກການປະກອບເຄື່ອງນຸ່ງ ຫົ່ມ ແລະ ເຄື່ອງອຸປະໂພກອຶ່ນໆ ໃຫ້ນາຍ ແລະ ພົນທະຫານໃນ ກອງທັບປະຊາຊົນລາວ, ວຽກ ງານເພີ່ມພູນຜະລິດຜົນຢູ່ກົມກອງ ແລະ ແບບຟອມການສ້າງງົບປະ ມານເຄື່ອງອຸປະໂພກ-ບໍລິໂພກ. ທັງນີ້, ກໍເພື່ອເຮັດໃຫ້ພະນັກ ງານວິຊາສະເພາະວຽກງານເສ ນາພະລາ ແລະ ວຽກງານອຸປະ ໂພກ-ບໍລິໂພກທົ່ວກອງພົນທີ 4 ກຳແໜ້ນກ່ຽວກັບທິດສະດີຫຼັກ ການຂອງວຽກງານດັ່ງກ່າວໃຫ້ ມີຄວາມຊຳນິຊຳນານທາງດ້ານ ການນຳພາ-ບັນຊາວິຊາສະເພາະ ແລະ ຕອບສະໜອງໄດ້ກັບໜ້າທີ່ ວຽກງານໃນສະເພາະໜ້າ ແລະ ຍາວນານ. ໂດຍ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ