ກອງພົນທີ 4 ເປີດຊຸດອົບຮົມວຽກເສນາພະລາ ແລະ ວຽກງານອຸປະໂພກ-ບໍລິໂພກ ປະຈຳປີ
ເວລາອອກຂ່າວ: 2021-12-09 11:01:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29592043 | ຄວາມນິຍົມ:
ໃນວັນທີ 6 ທັນວາ 2021 ນີ້, ຫ້ອງພະລາທິການ ກອງພົນທີ 4 ໄດ້ເປີດຊຸດອົບຮົມວຽກເສນາ ພະລາ ແລະ ວຽກງານອຸປະໂພກ- ບໍລິໂພກ ປະຈຳປີ 2021 ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ວີເລີດ ສວຍມາລີ ຫົວໜ້າຫ້ອງພະລາທິການ ກອງ ພົນທີ 4, ມີຄະນະຫ້ອງ ອົງການ 5 ຫ້ອງ, ຄະນະພັກ-ຄະນະບັນຊາ ກອງຮ້ອຍ 154 (ເຄມີສາດ),
ຕະຫຼອດຮອດຜູ້ຮັບຜິດຊອບວຽກ ງານພະລາທິການ ແລະ ວຽກ ງານອຸປະໂພກ-ບໍລິໂພກ ແຕ່ລະ ກົມກອງທົ່ວກອງພົນທີ 4 ເຂົ້າ ຮ່ວມ.
ສະຫາຍ ພັນໂທ ຈິດທະໜອມ
ນາກຕະສິນ ຫົວໜ້າພະແນກແຜນ
ການ ຫ້ອງພະລາທິການ ກອງພົນ
ທີ 4 ໄດ້ຜ່ານແຜນການອົບຮົມ ເຊິ່ງການອົບຮົມໃນຄັ້ງນີ້ປະກອບ
ມີ 2 ເນື້ອໃນ ຄື: ວຽກງານເສນາ
ພະລາກຳ ນົດເວລາ 5 ວັນ ປະ
ກອບມີ: ວຽກງານພະລາທິການ
ປົກກະຕິ, ສ້າງບົດສະຫຼຸບປະຈຳ
ໄຕມາດ ແລະ ປະຈຳປີ, ການສ້າງ
ຮ່າງເອກະສານໜັງສືສະເໜີ,
ວຽກງານສ້າງສະຖິຕິ, ວຽກງານ
ພະລາທິການສູ້ຮົບ; ວຽກງານ
ອຸປະໂພກ-ບໍລິໂພກ ກຳນົດເວລາ
5 ວັນ ປະກອບມີ: ວັດຖຸອຸປະ
ໂພກ-ບໍລິໂພກ ແລະ ວັດຖຸຮັບປະ
ກັນ, ແຜນການຮັບປະກັນອຸປະ ໂພກ-ບໍລິໂພກ, ວຽກງານຄຸ້ມ ຄອງພື້ນຖານວັດຖຸອຸປະໂພກ-ບໍ
ລິໂພກ, ວຽກງານຈັດຕັ້ງຄຸ້ມຄອງ ສາງອຸປະໂພກ-ບໍລິໂພກ, ການຮັບ
ປະກັນວັດຖຸອຸປະໂພກໃນຍາມປົກ
ກະຕິ, ຂໍ້ກຳນົດຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍ ລະບົບອັດ
ຕາ, ຫຼັກການປະກອບເຄື່ອງນຸ່ງ ຫົ່ມ ແລະ ເຄື່ອງອຸປະໂພກອຶ່ນໆ ໃຫ້ນາຍ ແລະ ພົນທະຫານໃນ
ກອງທັບປະຊາຊົນລາວ, ວຽກ
ງານເພີ່ມພູນຜະລິດຜົນຢູ່ກົມກອງ ແລະ ແບບຟອມການສ້າງງົບປະ ມານເຄື່ອງອຸປະໂພກ-ບໍລິໂພກ.
ທັງນີ້, ກໍເພື່ອເຮັດໃຫ້ພະນັກ
ງານວິຊາສະເພາະວຽກງານເສ ນາພະລາ ແລະ ວຽກງານອຸປະ ໂພກ-ບໍລິໂພກທົ່ວກອງພົນທີ 4
ກຳແໜ້ນກ່ຽວກັບທິດສະດີຫຼັກ
ການຂອງວຽກງານດັ່ງກ່າວໃຫ້ ມີຄວາມຊຳນິຊຳນານທາງດ້ານ
ການນຳພາ-ບັນຊາວິຊາສະເພາະ ແລະ ຕອບສະໜອງໄດ້ກັບໜ້າທີ່
ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ