ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າອະທິການວັດບ້ານນານົກຂຽນ ມອບວັດສະດຸກໍ່ສ້າງໃຫ້ກອງພັນ 227
ເວລາອອກຂ່າວ: 2021-12-09 10:59:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:



ໃນວັນທີ 6 ທັນວາ 2021 ນີ້, ພະອາຈານ ເສດແກ້ວ ໂສມນະ ລີນໂທ ເຈົ້າອະທິການວັດບ້ານນາ ນົກຂຽນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມດ້ວຍ ພິຂຸສາມະເນນ ເຂົ້າມອບເຄື່ອງ ຊ່ວຍເຫຼືອວັດສະດຸກໍ່ສ້າງໃຫ້ ກອງ ພັນ 227 ກອງພົນທີ 4, ໂດຍມີ ຄະນະພັກ-ຄະນະບັນຊາພ້ອມ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ ເປັນສັກຂີພະຍານ. ສໍາລັບວັດສະດຸກໍ່ສ້າງມາ ມອບໃນຄັ້ງນີ້ມີ ເສົາຊີມັງ ຂະໜາດ 15x15 ຊັງຕີແມັດ, ຍາວ 4,5 ແມັດ ຈໍານວນ 40 ຕົ້ນ, ລວມ ມູນຄ່າທັງໝົດ 14 ລ້ານກີບ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ພູຂົງ ເພັດພູທອນ ຫົວໜ້າ ການທະຫານ ກອງພັນ 227 ໄດ້ຕາງໜ້າຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງ ກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນມາ ຍັງເຈົ້າອະທິການວັດນານົກຂຽນ ທີ່ໃຫ້ການຊ່ວຍເຫຼືອວັດສະດຸກໍ່ ສ້າງແກ່ ກອງພັນ 227 ເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງ ຫ້ອງການຫຼັງໃໝ່ຂອງກົມກອງ ທີ່ຈະເລີ່ມກໍ່ສ້າງໄວໆນີ້. ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາ ອຸປະກອນດັ່ງກ່າວນໍາໃຊ້ເຂົ້າ ໃນການສ້າງສາພັດທະນາກົມ ກອງຂອງຕົນໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນ ແລະ ພັດທະນາ ຂຶ້ນເລື້ອຍໆ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ