ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍທະຫານໜຸ່ມຜູ້ຫ້າວຫັນ
ເວລາອອກຂ່າວ: 2021-12-09 10:56:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:



ເມື່ອເວົ້າເຖິງ ພະນັກງານນາຍ ທະຫານໜຸ່ມ ທີ່ມີຄວາມດຸໝັ່ນຂະ ຫຍັນພຽນໃນການອອກແຮງ ງານເພີ່ມພູນຜະລິດຜົນ, ຫ້າວຫັນ ຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ປະຕິບັດຂໍ້ກໍານົດ, ກົດລະ ບຽບຂອງກອງທັບວາງອອກ ຢ່າງເຂັ້ມ ງວດຢູ່ກອງພັນ 579 ໃຜໆກໍຍົກໃຫ້ ສະຫາຍ ຮ້ອຍ ໂທ ບຸນຄໍ້າ ພົມ ມີສຸກ ເປັນບຸກຄົນທີ່ ຢືນຢູ່ແຖວໜ້າຂອງກົມກອງ. ສະຫາຍ ຮ້ອຍໂທ ບຸນຄໍ້າ ພົມ ມີສຸກ ກໍາເນີດໃນຄອບຄົວພື້ນຖານ ຂອງການປະຕິວັດ ທີ່ບ້ານນາສະ ກາງ ເມືອງຊຳເໜືອ ແຂວງຫົວ ພັນ ເຊິ່ງເປັນລູກຂອງພໍ່ສົມສັກ ພົມມີສຸກ ແລະ ແມ່ປັນພອນ ແກ້ວ ພິພັກ ພະນັກງານບໍານານ. ຍ້ອນ ຄວາມມັກຮັກ ແລະ ໃຝ່ຝັນຢາກ ເປັນທະຫານຕັ້ງແຕ່ຄາວຍັງ ນ້ອຍ, ພາຍຫຼັງທີ່ຮຽນຈົບຊັ້ນມັດ ທະຍົມຕອນປາຍ ສະຫາຍກໍຕັດ ສິນໃຈອໍາລາພໍ່ແມ່, ຍາດພີ່ນ້ອງເຂົ້າຮ່ວມຄອບຄົວໃຫຍ່ກອງທັບປະຊາຊົນລາວ ໃນວັນທີ 1 ມີນາ 2009 ຢູ່ທີ່ກອງຮ້ອຍ 1 ກອງພັນ 579. ຕະຫຼອດໄລຍະທີ່ດຳລົງຊີວິດ ໃນຄອບຄົວໃຫຍ່ຊຸດຂຽວນັ້ນ, ສະຫາຍ ມີຄວາມກະຕືລືລົ້ນ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ຮອບດ້ານ, ບໍ່ວ່າຈະເປັນທາງ ດ້ານຄຸນສົມບັດ-ສິນທຳປະຕິວັດ, ການກິນຢູ່, ການປາກເວົ້າ ແລະ ການໄປມາ, ການປະຕິບັດມະຕິ ຄຳສັ່ງ, ຂໍ້ກໍານົດກົດລະບຽບຂອງ ກອງທັບ ກໍຄືກົມກອງ ແລະ ດຸໝັ່ນ ໃນການຊອກຮູ້ຮໍ່າຮຽນ. ນອກນີ້, ສະຫາຍ ຍັງໄດ້ເອົາໃຈໃສ່ເຂົ້າ ຮ່ວມຂະບວນການດ້ານຕ່າງໆ ຂອງກົມກອງ ດ້ວຍຄວາມຫ້າວ ຫັນ ເປັນຕົ້ນແມ່ນຂະບວນການ ເຝິກແອບຮໍ່າຮຽນ, ຂະບວນການ ກີລາ, ສິລະປະ-ວັນນະຄະດີ ແລະ ຂະບວນການອື່ນໆຢ່າງບໍ່ຮູ້ອິດ ຮູ້ເມື່ອຍ. ເວົ້າລວມແລ້ວສະ ຫາຍແມ່ນມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ມີຄວາມສາມັກຄີ ຮັກແພງກັບໝູ່ເພື່ອນ, ບໍ່ຕິວຽກ ໜັກ ຫຼີກວຽກເບົາເພາະທຸກວຽກ ງານລ້ວນແຕ່ ເຮັດໃຫ້ສະຫາຍມີ ປະສົບການ. ຍ້ອນແນວນັ້ນກົມ ກອງ ຈຶ່ງສົ່ງສະຫາຍໄປຮຽນ ຢູ່ໂຮງຮຽນນາຍສິບຊ່າງແສງ ( ຊັ້ນຕົ້ນ ) ສົກປີ 2011-2012, ແຕ່ປີ 2016-2020 ຮຽນຢູ່ວິທະ ຍາຄານ ກົມມະດໍາ, ປັດຈຸບັນ ແມ່ນກຳລັງສຶກສາຢູ່ວິທະຍາໄລ ສີມຸງຄຸນ ( ສາຍພາສາອັງກິດ ). ເຖິງແມ່ນວ່າ ສະຫາຍຈະຍັງ ສຶກສາຮໍ່າຮຽນ ແຕ່ທຸກຂົງເຂດ ວຽກງານທີ່ການຈັດຕັ້ງມອບ ໝາຍແມ່ນມີຜົນສໍາເລັດ, ນອກນີ້, ສະຫາຍ ຍັງກາຍເປັນບຸກຄົນດີ ເດັ່ນໃນການອອກແຮງງານ ເພີ່ມ ພູນຜະລິດຜົນ ປູກຝັງ-ລ້ຽງສັດ ໂດຍໄດ້ປູກຜັກກາດ, ຜັກບົ້ງ, ໝາກເຜັດ, ໝາກເຂືອ, ແລະ ພືດຜັກ ຊະນິດຕ່າງໆ, ລ້ຽງເປັດ 130 ໂຕ, ລ້ຽງໄກ່ລາດ 120 ໂຕ. ເພາະ ພັນລູກກົບໄດ້ 20.000 ໂຕ, ລ້ຽງນົກກາງແກ 30 ໂຕ ແລະ ລ້ຽງປາດຸກພັນ 1.200 ໂຕ ສະ ໜອງຂາຍຕາມທ້ອງຕະຫຼາດ ແລະ ຂາຍເຂົ້າເຮືອນຄົວລວມ ເປັນ 1 ປີຜ່ານມາ, ສະຫາຍສາມາດ ສ້າງລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ປະມານ 30 ລ້ານ ກວ່າກີບ ບວກໃສ່ກັບເງິນເດືອນ ສະຫາຍໄດ້ມີເງິນເກັບຈໍານວນ ໜຶ່ງ ແລະ ໄດ້ຊື້ດິນ 1 ຕອນ ຂະ ໜາດ 40 x 20 ແມັດ. ຈາກຄຸນສົມບັດ ແລະ ຜົນງານ ທີ່ຍາດໄດ້ນັ້ນ, ສະຫາຍ ໄດ້ຮັບ ການຍ້ອງຍໍປະເພດຕ່າງໆຈາກ ການຈັດຕັ້ງຂັ້ນເທິງ ໃນນ,ີ້ ໄດ້ຮັບ ໃບຍ້ອງຍໍກະຊວງປ້ອງກັນປະ ເທດ 5 ໃບ, ໃບຍ້ອງຍໍ ຊາວໜຸ່ມ 4 ບຸກ 2 ໃບ ແລະ ໃບຍ້ອງກົມໃຫຍ່ ການເມືອງກອງທັບ 4 ໃບຢ່າງ ສົມກຽດ. ສະຫາຍ ພັນຕີ ອ້ວນໃຈ ຄໍາ ທອງເຫວີນ ຮັກສາການຫົວໜ້າ ການທະຫານ ກອງຮ້ອຍ 1 ກອງ ພັນ 579 ໄດ້ໃຫ້ການຢັ້ງຢືນ ວ່າ : ສະຫາຍ ຮ້ອຍໂທ ບຸນຄໍ້າ ພົມມີສຸກ ເປັນພະນັກງານຜູ້ໜຶ່ງທີ່ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສະດຸ້ງໄວ, ຫ້າວຫັນຕໍ່ ໜ້າທີ່ວຽກງານ ແລະ ດຸໝັ່ນຂະ ຫຍັນພຽນໃນຂະບວນການປູກ ຝັງ-ລ້ຽງສັດ ສົມແລ້ວທີ່ເປັນ ຊາວໜຸ່ມຜູ້ນຳໜ້າ ແລະ ເປັນບຸກ ຄົນທີ່ເປັນແບບຢ່າງທີ່ດີຂອງກົມ ກອງ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ