ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ
ເວລາອອກຂ່າວ: 2021-12-09 10:53:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ:



(ສພຊ) ວັນທີ 7 ທັນວາ 2021, ສະຫາຍ ໄຊສົມພອນ ພົມ ວິຫານ ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງ ຊາດລາວ ພ້ອມດ້ວຍຄະນະ ໄດ້ ເຂົ້າວາງພວງມາລາ ທີ່ສຸສານປະ ທານ ໂຮ່ຈີມິນ ນະຄອນຫຼວງຮ່າ ໂນ້ຍ; ຈາກນັ້ນ, ໄດ້ເຂົ້າຢ້ຽມຂໍ່າ ນັບ ສະຫາຍ ຫງວຽນ ຟູ ຈ້ອງເລຂາທິການໃຫຍ່ ຄະນະບໍລິຫານ ງານພັກກອມມູນິດຫວຽດນາມ ເຊິ່ງໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ອວຍພອນໃຫ້ ການຢ້ຽມຢາມສັນຖະວະໄມຕີ ຢູ່ ສສ ຫວຽດນາມ ຂອງສະຫາຍ ປະທານສະພາແຫ່ງຊາດລາວ ໃນຄັ້ງນີ້. ສະຫາຍ ໄຊສົມພອນ ພົມວິ ຫານ ໄດ້ແຈ້ງໃຫ້ຊາບວ່າ: ການ ຢ້ຽມຢາມ ສສ ຫວຽດນາມ ໃນ ຄັ້ງນີ້ ແມ່ນເປັນການຕອບສະ ໜອງຕາມການເຊື້ອເຊີນຂອງ ສະຫາຍ ເວືອງ ດິງ ເຫວະ ກຳມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ປະທານ ສະພາແຫ່ງຊາດຫວຽດນາມ ແລະ ຜົນຂອງການພົບປະສອງຝ່າຍ ລະຫວ່າງສອງປະທານສະພາ ແຫ່ງຊາດ ລາວ-ຫວຽດນາມ; ພ້ອມນັ້ນ, ຍັງໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງ ໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາ ລົບຮັກຮ່ວມກັນກໍ່ຕັ້ງຂຶ້ນ, ເພີ່ມພູນ ຄູນສ້າງ ແລະ ພັດທະນາຢ່າງຕໍ່ ເນື່ອງຕະຫຼອດມາຈາກຮຸ່ນຄົນສູ່ ຮຸ່ນຄົນ ຈົນໄດ້ກາຍເປັນມໍລະດົກ ລວມອັນລໍ້າຄ່າ, ເປັນກົດເກນ ແຫ່ງການຄົງຕົວ ແລະ ຂະຫຍາຍ ຕົວຂອງສອງປະເທດ; ປັດຈຸບັນ, ສາຍພົວພັນດັ່ງກ່າວຍັງໄດ້ສືບ ຕໍ່ເພີ່ມພູນຄູນສ້າງໃນທຸກດ້ານ ເຊິ່ງສະແດງອອກໃນການແລກ ປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຮ່ວມກັນດ້ວຍຫຼາຍ ຮູບການທັງພົບປະຜ່ານລະບົບ ທາງໄກ. ພິເສດ, ໃນໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19, ສສ ຫວຽດນາມ ໄດ້ໃຫ້ການ ຊ່ວຍເຫຼືອຢ່າງທັນການດ້ວຍ ການຊ່ວຍເຫຼືອດ້ານທຶນຮອນ, ຢາວັກຊີນ ແລະ ອຸປະກອນການ ແພດທີ່ຈໍາເປັນເຊິ່ງມີມູນຄ່າລວມ 6,3 ລ້ານກວ່າໂດລາສະຫະລັດ ໃຫ້ແກ່ ສປປ ລາວ. ໃນວັນດຽວກັນ, ສະຫາຍ ປະ ທານສະພາແຫ່ງຊາດ ພ້ອມດ້ວຍ ຄະນະຍັງໄດ້ຕ້ອນຮັບສະຫາຍ ເຈິນ ວັນ ຕຸ່ຍ ອະດີດກໍາມະການ ສູນກາງພັກກອມມູນິດຫວຽດ ນາມ, ອະດີດຫົວໜ້າຄະນະກຳ ມະການວຽກງານສະມາຊິກສະ ພາແຫ່ງຊາດ, ປະທານສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ໄດ້ເດີນທາງ ໄປແຂວງວິ້ງຟຸກ ເພື່ອຢ້ຽມຢາມ ກຸ່ມບໍລິສັດເກ້ວ ເລີມ ເຊິ່ງເປັນກຸ່ມບໍລິສັດທີ່ໄດ້ຮັບຜົນສໍາເລັດ ດ້ານກະສິກໍາ ໂດຍສະເພາະແມ່ນ ການຜະລິດຝຸ່ນຊີວະພາບດ້ວຍ ເຕັກໂນໂລຊີທີ່ທັນສະໄໝ; ຈາກ ນັ້ນ, ໄດ້ຢ້ຽມຢາມພົບປະ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ອະດີດ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ຍັງໄດ້ພົບ ປະສະຫາຍ ໂດ ວັນ ຈ້ຽນ ປະ ທານສູນກາງແນວໂຮມປະເທດ ຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຕື່ມອີກ. ໂດຍ: ບຸນເກີດ ວົງ ໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ