ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະໂມສອນຊຽງໄຮ້ສ້າງປະຫວັດສາດຄອງແຊັມລີກບານສູງສຸດປະເທດຈີນເປັນຄັ້ງທຳອິດ
ເວລາອອກຂ່າວ: 2018-11-13 22:56:46 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ:



ສະໂມສອນຊຽງໄຮ້ (Shanghai) ທີມໃນລີກສູງສຸດ ປະເທດຈີນ (Chinese Super League) ສ້າງປະຫວັດສາດ ຄອງແຊັມລີກສູງສຸດເປັນຄັ້ງທຳ ອິດປະຈຳ ປີ 2018 ຫລັງຈາກນັດ ທີ 29 (ຮອງນັດສຸດທ້າຍຂອງລະ ດູການ) ເປີດບ້ານ ເອົາຊະນະ ສະໂມສອນປັກກິ່ງ ທີມອັນດັບທີ 8 ຂອງລີກ 2-1 ປະຕູ ຈາກການ ຍິງຂອງ ໂອດີວ ອັກເມດັອຟ ແລະ ຫວູເລີຍ. ໄຊຊະນະດັ່ງກ່າວ ເຮັດໃຫ້ ສະໂມສອນຊຽງໄຮ້ ມີຄະແນນ ໜີຫ່າງແຊັມເກົ່າ ກວາງໂຈ່ວ ເອ ເວີແກຣນ (Guangzhou Evergrande) ທີ່ເສຍໃຫ້ ຈົງ ຊິ່ງ ລີ້ຟານ (Chongqing Lifan) 0-2 ເຖິງ 8 ຄະແນນ ເຫລືອການແຂ່ງຂັນພຽງນັດ ດຽວ ກ່ອນໜ້ານັດນີ້ ຊຽງໄຮ້ ໄດ້ບຸກເອົາຊະນະແຊັມເກົ່າຄາ ບ້ານແບບສຸດມັນ 5-4 ປະຕູ ຢຸດ ແຊັມເກົ່າ 7 ສະໄຫມຊ້ອນໄວ້ໄດ້ ແລ້ວກ້າວມາເປັນແຊັມຄັ້ງທຳ ອິດ. ຄວາມສຳເລັດ ຂອງສະໂມ ສອນ ຊຽງໄຮ້ ຄັ້ງນີ້ ມີຫລາຍ ຢ່າງຊ່ວຍຊຸກດັນສະໜັບສະໜູນ ທີມສູ່ໝາກຜົນອັນໃຫມ່ ໃນນັ້ນ ນອກຈາກຄະນະບໍລິຫານທີມທີ່ ເອົາໃຈໃສ່ໃຫ້ຄວາມສະດວກ ພັດ ທະນາທີມຮອບດ້ານ ຍັງມີນັກ ເຕະກຳລັງຫລັກຫລາຍຄົນ ທັງ ຄົນຈີນ ແລະ ຄົນຕ່າງປະເທດ ເປັນຕົ້ນ:ອັອດສະກ້າ(Oscar) ກອງກາງທີມຊາດບຣາຊິນ, ອະ ດີດກອງກາງເຊວຊີ ແລະ ຮັກຄ໌ (Hulk) ປີກຮ່າງໃຫຍ່ຊົງພະລັງ ທີມຊາດບຣາຊິນ ອະດີດນັກເຕະ ສະໂມສອນ ເຊນິດ ເຊັນປິເຕີສະ ເບີກ.ລວມໄປເຖິງ ຫວູເລີຍ (Wu Lei) ກອງໜ້າທີມຊາດ ຈີນ ເປັນດາວຍິງສູງສຸດໃນລະດູ ການນີ້ 27 ປະຕູ ແລະ ຄູເຝິກໃຫມ່ ວິກຕໍ ເປເຣຣາ ຊາວ ປອກຕຸຍ ການຈຶ່ງເຮັດໃຫ້ສະໂມສອນ ຊຽງໄຮ້ ໄດ້ສິດໄປຫລິ້ນ ເອເອັຟຊີ ແຊັມປຽນ ລີກ 2019 (AFC Champions League 2019) ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ