ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 201 ສຳເລັດການສ້າງຂົວຂ້າມນ້ຳພູນ
ເວລາອອກຂ່າວ: 2021-12-09 10:45:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2021 ນີ້, ກອງພັນໃຫຍ່ 201 ກອງພົນທີ 2 ໄດ້ເລີ່ມລົງມືໃນການສ້າງຂົວ ຂ້າມແມ່ນ້ຳພູນຂົວແບບໃຊ້ຊົ່ວ ຄາວນໍາໃຊ້ໃນລະດູແລ້ງລະຫວ່າງ ກອງພັນໃຫຍ່ 201ຫາ ບ້ານສຸ ວັນນະພູມໂດຍການຊີ້ນໍາຂອງ ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ແລະ ສະຫາຍ ພັນໂທ ຄຳແສງ ພັນອິນດາ ຫົວ ໜ້າການທະຫານ, ມີຄະນະ ພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ, ພະນັກງານ-ນັກຮົບແລະອໍານາດ ການປົກຄອງບ້ານເຂົ້າຮ່ວມການ ສ້າງຂົວໃນຄັ້ງນີ້ຢ່າງເປັນຂະ ບວນການຟົດຟື້ນ. ສະຫາຍ ພັນຕີ ເພັດສອນ ອິນ ສະໜາ ຫົວໜ້າຂະແໜງຊ່າງແສງ ກອງພັນໃຫຍ່ 201 ຜູ້ຊີ້ນໍາການ ກໍ່ສ້າງຂົວໃນຄັ້ງນີ້ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດຄໍາສັ່ງຂອງຄະນະ ພັກ-ຄະນະບັນຊາກອງພັນໃຫຍ່ 201 ມອບໝາຍໃຫ້ໃນນາມວິຊາ ການຊີ້ນຳລວມເຮັດຂົວຂ້າມນຳ້ ພູນຄັ້ງນີ້ ແມ່ນໄດ້ຈັດຕັ້ງຊີ້ນໍາ ກຳລັງອ້າຍນ້ອງພາຍໃນກົມກອງ ໄປຕັດໄມ້ຈຳນວນ 1150 ລໍາ, ໄມ້ປ່ອງຈໍານວນ 700 ກວ່າລໍາ, ໄມ້ຈິງຈຳນວນ 450 ລຳ ມາຮອດ ມື້ນີ້ເປັນມື້ລົງມືເຮັດຂົ້ວຕົວຈິງ, ດັ່ງນັ້ນຈິ່ງໄດ້ແຈ້ງໃຫ້ບັນດາອ້າຍ ເອື້ອຍນ້ອງທົ່ວກອງພັນໃຫຍ່ 201 ເຂົ້າຮ່ວມການເຮັດຂົ້ວໃນຄັ້ງນີ້ ທັງໝົດ 545 ສະຫາຍ, ສະຫະ ພັນແມ່ຍິງຈຳນວນ 35 ສະຫາຍ ແລະ ທຶນສົມທົບຂອງບ້ານ ສຸວັນ ນະພູມ ເປັນວັດຖຸປັດໃຈ ຈຳນວນ ເງິນ 400.000 ກີບ. ການສ້າງ ຂົວແມ່ນໄດ້ແບ່ງໝ້າວຽກໃຫ້ແຕ່ ລະຈຸພາກັນສານແຕະ, ເຮັດເປັນ ກະຈວຍ, ເຊິ່ງມີຄວາມກວ້າງ 1,20 ແມັດ,ຍາວ 72 ແມັດ, ແຕ່ ລະປີຫຼັງຈາກສິ້ນສຸດລະດູຝົນ ແລ້ວຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ແມ່ນໄດ້ຄົ້ນຄວ້າ ຕົກລົງໃຫ້ຂະແໜງຊ່າງແຊ່ງ ຂຶ້ນແຜນເຮັດຂົວຂ້າມນ້ຳພູນ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ-ພໍ່ແມ່ປະຊາຊົນ ໄປມາຫາສູ່ກັນ ໄດ້ສະດວກສະບາຍຂຶ້ນກວ່າເກົ່າ, ຍ້ອນຄວາມສາມັກຄີ ແລະ ການ ຮ່ວມນໍ້າຈິດນໍ້າໃຈຮ່ວມມືຂອງ ບັນດາພະນັກງານ-ນັກຮົບພາຍ ໃນກົມກອງຈຶ່ງເຮັດໃຫ້ການ ສ້າງຂົວຄັ້ງນີ້ສຳເລັດລົງພາຍໃນ 1 ວັນ, ສະຫາຍຍັງໄດ້ກ່າວອີກວ່າ: ການຈັດກິດຈະກຳສ້າງຂົວດັ່ງ ກ່າວນີ້, ຍັງເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີທີ່ໃກ້ຈະມາຮອດ ມາເຖິງໃນມໍ່ໆ ນີ້ໃຫ້ມີຂະບວນ ການຟົດຟື້ນ ແລະ ກ້ວາງຂວາງ. ຂ່າວ: ນາງໄພວັນ ພາບ: ເກດ ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ