ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສິງກະໂປ-ໄທ ເກັບໄຊຊະນະໄດ້ຕາມຄາດ ໃນນັດທໍາອິດ SUZUKI CUP 2020
ເວລາອອກຂ່າວ: 2021-12-08 11:21:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ການແຂ່ງຂັນບານເຕະ AFF SUZUKI CUP 2020 ເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 5 ທັນວາ 2021 ທີ່ ປະເທດສິງກະໂປ ເຊິ່ງຜົນການ ແຂ່ງຂັນປາກົດວ່າ: ເປັນໄປຕາມ ຄາດເມື່ອ 2 ຕົວເຕັງຢ່າງເຈົ້າ ພາບ ສິງກະໂປ ເຈົ້າຂອງແຊັມ ລາຍການນີ້ 4 ສະໄໝ (1998, 2004, 2007 ແລະ 2012) ແລະ ໄທ ເຈົ້າຂອງແຊັມລາຍການນີ້ 5 ສະໄໝ (1996, 2000, 2002, 2014 ແລະ 2016) ເກັບໄຊຊະນະໄດ້ໄປຕາມຄາດ. ໃນນັດທໍາອິດ ເປັນການ ພົບກັນລະຫວ່າງ ທີມຊາດ ຕີມໍ ເລັສເຕ ພົບກັບ ທີມຊາດໄທ ເຊິ່ງນັດນີ້ ຕີມໍ ແມ່ນຄົບທີມ, ສ່ວນ ໄທ ຍັງຂາດ 2 ນັກເຕະຕົວ ຫຼັກຢ່າງ ຊະນາທິບ ສົງກະສິນ ກອງກາງຫົວໜ້າທີມ ແລະ ທີຣາທອນ ບຸນມາທັນ ກອງຫຼັງ ທີ່ຕິດພາລະກິດຮັບໃຊ້ສະໂມ ສອນໃນເຈລີກ ນັດສຸດທ້າຍຂອງ ລະດູການ ຜ່ານການແຂ່ງຂັນ ປາກົດວ່າ: ທີມຊາດໄທ ເອົາ ຊະນະໄປ 2-0 ປະຕູ ຈາກການ ຍິງ ຂອງ PATHOMPOL CHAROENRATTANAPIROM ນາທີໆ 51 ແລະ SUPACHOK SARACHART ນາທີໆ 81 ເຊິ່ງນັດ ນີ້ທີມຊາດ ໄທ ຄອງເກມໄດ້ເໜືອກວ່າຊັດ ເຈນຄອງບານໄປເຖິງ 75,3% ແລະ ສ້າງໂອກາດຍິງໄປເຖິງ 21 ຄັ້ງ ໃນນັ້ນ, ຍິງເຂົ້າເປົ້າ 10 ຄັ້ງ ແລະ ເປັນ 2 ປະຕູ, ສ່ວນ ຕິມໍ ຄອງເກມໄດ້ພຽງ 24,7%, ສ້າງໂອກາດຍິງພຽງ 2 ຄັ້ງເຂົ້າ ເປົ້າໝົດ, ແຕ່ບໍ່ເປັນປະຕູ. ຂະນະ ທີ່ຄູ່ທີ 2 ເຈົ້າພາບ ສິງກະໂປ ພົບກັບ ມຽນມາ ໂດຍນັກເຕະ ຂອງທັງສອງທີມແມ່ນມາຄົບ ທີມ, ເຊິ່ງການແຂ່ງຂັນດໍາເນີນ ໄປຢ່າງດຸເດືອດ ແລະ ປ່ຽນ ກັນສ້າງໂອກາດຍິງ, ແຕ່ເປັນ ສິງກະໂປ ທີ່ຍິງຄົມກວ່າໄດ້ 3 ປະຕູລວດ ໃນທ້າຍເຄິ່ງເວລາ ທໍາອິດຈາກການຍິງຂອງ SAFUWAN BAHARUDIN ນາທີໆ 34 ແລະ IKHSAN FANDI ນາທີໆ 39 ແລະ 46 ເອົາຊະນະ ມຽນມາ ໄປ 3-0 ປະຕູເຊິ່ງນັດນີ້ ສິງກະໂປ ຄອງເກມໄດ້ 46,1%, ສ້າງໂອ ກາດຍິງໄປ 14 ຄັ້ງ ໃນນັ້ນ, ຍິງ ເຂົ້າເປົ້າ 9 ຄັ້ງ ເປັນ ປະຕູ 3 ໜ່ວຍ, ສ່ວນ ມຽນມາ ຄອງ ເກມໄດ້ 53,9%, ສ້າງໂອກາດ ຍິງໄປ 8 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 2 ຄັ້ງ ແລະ ບໍ່ເປັນປະຕູ. ຈາກຜົນດັ່ງກ່າວເຮັດໃຫ້ ສິງ ກະໂປ ມີ 3 ຄະແນນຢຶດທີມນໍາ ໂດຍມີຄະແນນເທົ່າກັບໄທ, ສ່ວນ ຟິລິບປິນ ຍັງບໍ່ທັນໄດ້ລົງ ແຂ່ງຂັນ ຢູ່ອັນດັບ 3 ຂອງຕາຕະລາງ ຄະແນນ, ອັນດັບ 4 ຕີມໍ ເລັສເຕ ແລະ ອັນດັບ 5 ມຽນມາ ບໍ່ມີຈັກ ຄະແນນ. ສ່ວນນັດທີ 2 ກຸ່ມ A ຈະກັບມາແຂງຂັນໃນວັນທີ 8 ທັນວາ 2021 ທີ່ສະໜາມ National Stadium ປະເທດ ສິງກະໂປ ມີ: ເວລາ 16:30 ໂມງ ມຽນມາ ພົບ ຕີມໍ ເລັສເຕ ແລະ ເວລາ 19:30 ໂມງ ຟິລິບປິນ ພົບ ສິງກະໂປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ