ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກສະຫະພັນແມ່ຍິງ ກອງພົນທີ 3 ສະຫຼຸບວຽກງານ ປະຈຳປີ 2021
ເວລາອອກຂ່າວ: 2021-12-08 11:11:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:



ວັນທີ 7 ທັນວາ 2021 ນີ້, ພະແນກສະຫະພັນແມ່ຍິງກອງ ພົນທີ 3 ໄດ້ສະຫຼຸບການເຄື່ອນ ໄຫວວຽກງານ ປະຈຳປີ 2021, ໂດຍການເປັນປະທານຂອງສະ ຫາຍ ພັນໂທ ນາງ ໄມເພັດ ວິລາ ວັນ ຫົວໜ້າພະແນກສະຫະພັນ ແມ່ຍິງກອງພົນທີ 3, ມີບັນດາ ຄະນະໜ່ວຍສະຫະພັນແມ່ຍິງອົງ ການ, ກົມກອງທີ່ຂຶ້ນກັບເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ນາງ ເກດ ນິດາ ເພັດລໍຄຳ ຮອງຫົວໜ້າພະ ແນກສະຫະພັນແມ່ຍິງ ກອງພົນທີ 3 ໄດ້ສະຫຼຸບຕີລາຄາຄືນຜ່ານ ການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງພະແນກສະ ຫະພັນແມ່ຍິງ ກອງພົນທີ 3 ໃນ ໄລຍະ 1 ປີຜ່ານມາ, ເຊິ່ງໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ສະມາຊິກແມ່ຍິງ ເປັນປົກກະຕິ, ໄດ້ລົງກວດກາເກັບ ກຳຂໍ້ມູນຄອບຄົວຕົວແບບ, ຊຸກຍູ້ ຂະບວນການກິີລາ, ສິລະປະ-ວັນນະຄະດີ, ການລະດົມວັດຖຸປັດ ໄຈເພື່ອນໍາໄປມອບຕໍ່ໃຫ້ພະນັກ ງານ-ນັກຮົບທີ່ພວມປະຕິບັດໜ້າ ທີ່ຢູ່ເຂດຫ່າງໄກຊອກຫຼີກ, ຊຸກຍູ້ ການປະຕິບັດຂໍ້ກຳນົດກົດລະ ບຽບຂອງກອງທັບ, ຂອງກົມ ກອງກໍຄື ກົດລະບຽບຂອງສະ ຫະພັນແມ່ຍິງລາວວາງອອກ, ສະຫະພັນແມ່ຍິງ ກອງພົນທີ 3 ປະກອບມີ 1 ພະແນກສະຫະ ພັນແມ່ຍິງ, ມີ 2 ຂະແໜ່ງ, 14 ໜ່ວຍ ແລະ 9 ຈຸຂຶ້ນກັບ, ມີສະ ມາຊິກແມ່ຍິງທັງໝົດ 261 ສະ ຫາຍ, ຜ່ານການເຄື່ອນ ໄຫວວຽກ ງານໃນໄລຍະ 1 ປີຜ່ານມາ ສາ ມາດຕີລາຄາກົມກອງນຳພາ ດີ ໄດ້ 28 ກົມກອງ, ກົມກອງ 3 ດີ 3 ກົມກອງ, ມີຄອບຄົວ 3 ດີ 48 ຄອບຄົວ, ຄອບຄົວຕົວແບບ 26 ຄອບຄົວ, ຄັດເລືອກໄດ້ບຸກຄົນ ດີເດັ່ນປະເພດ I ຈໍານວນ 183 ສະຫາຍ, ປະເພດ II ຈຳນວນ 37 ສະຫາຍ, ບຸກຄົນດີເດັ່ນດ້ານວິຊາ ສະເພາະ 55 ສະຫາຍ, ພົນລະ ເມືອງດີ 180 ສະຫາຍ ແລະ ພັດ ທະນາດີ 148 ສະຫາຍ, ສາ ມາດສ້າງລາຍຮັບໄດ້ທັງໝົດ 70 ລ້ານກີບ, ມີເງິນກອງທຶນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ 669.647.000 ກີບ, ມີສະມາ ຊິກກອງທຶນທັງໝົດ 1.838 ສະຫາຍ. ນອກຈາກນີ້, ສະມາ ຊິກແມ່ຍິງຍັງໄດ້ຮັບການຍ້ອງຍໍ ຈາກຂັ້ນເທິງຫຼາຍລະດັບ ແລະ ໄດ້ຮັບການເລື່ອນຊັ້ນ 80 ກວ່າ ສະຫາຍ. ໂດຍ: ລີໂດ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ