ບໍລິສັດ ບໍ່ແຮ່ ໂກເອັກໂກ ເຂົ້າອວຍພອນການນໍາກອງພົນທີ 4
ເວລາອອກຂ່າວ: 2021-12-08 11:06:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:
ສະຫາຍ ຫວໍ ດຶກ ບິງ ຮອງອໍານວຍການບໍລິສັດ ບໍ່ແຮ່ ໂກເອັກໂກ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມຄະນະ ໄດ້ນຳເອົາກະຕ່າ ຂອງຂວັນເຂົ້າອວຍພອນການນຳ ກອງພົນທີ 4 ໃນວັນທີ 2 ທັນວາ 2021 ນີ້, ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຫົວໜ້າຫ້ອງການເມືອງ ກອງ ພົນທີ 4, ພ້ອມດ້ວຍຄະນະ
ພັກ-ຄະນະຫ້ອງການ ອົງການ 5 ຫ້ອງເຂົ້າຮ່ວມ.
ສະຫາຍ ຫວໍ ດຶກ ບິງ
ຮອງອໍານວຍການ ບໍລິສັດ ບໍ່ແຮ່
ໂກເອັກໂກ ປະຈໍາແຂວງສະຫວັນ
ນະເຂດ ໄດ້ສະແດງປິຕິຊົມຊື່ນ ນຳຄະນະພັກ-ຄະນະບັນຊາ
ກອງພົນທີ 4 ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ
46 ປີ ແລະ ອວຍພອນໄຊອັນ ປະເສີດມາຍັງຄະນະພັກ-ຄະ
ນະບັນຊາ ກອງພົນທີ 4 ພ້ອມ ຄະນະ, ຕະຫຼອດຮອດນາຍ ແລະ
ພົນທະຫານມີສຸຂະພາບເຂັ້ມ
ແຂງ ພ້ອມກັນເຮັດສຳເລັດທຸກ
ໜ້າທີ່ວຽກງານທີ່ ພັກ-ລັດ
ມອບໝາຍ ເຮັດໃຫ້ປະເທດຊາດ ມີຄວາມສະຫງົບໂດຍພື້ນຖານ ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງ
ກົມກອງຂອງຕົນໃຫ້ເຕີບໃຫຍ່ ເຂັ້ມແຂງຂຶຶ້ນຢ່າງບໍ່ຢຸດຢັ້ງ.
ໃນໂອກາດດັ່ງກ່າວ, ສະຫາຍ
ພັນເອກ ຈັນແດງ ຂຸນຍຸລາດ ໄດ້ຕາງໜ້າຄະນະພັກ-ຄະນະ
ບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບ ທົ່ວກອງພົນທີ 4 ສະ
ແດງຄວາມຮູ້ບຸນຄຸນຢ່າງເລິກ
ເຊິ່ງ ແລະ ອວຍພອນໄຊອັນປະ ເສີດ ມາຍັງອໍານວຍການ ບໍລິສັດ
ບໍ່ແຮ່ ໂກເອັກໂກ ສສ ຫວຽດນາມ
ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະຈົ່ງມີສຸຂະພາບແຂງ
ແຮງ, ມີຄວາມສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ເພີ່ມພູນຄູນ ສ້າງຮັດແໜ້ນຄວາມສາມັກຄີ, ຄວາມຮັກແພງສະໜິດສະໜົມ,ໄມຕີຈິດມິດຕະພາບອັນອົບອຸ່ນ ລະຫວ່າງ ກອງພົນທີ 4 ແລະ ບໍລິ ສັດ ໂກເອັກໂກ ໃຫ້ໝັ້ນຄົງຍາວ ນານຕະຫຼອດໄປ ພ້ອມທັງຈະນຳ ເອົາຂອງຂວັນດັ່ງກ່າວໄປປະ ກອບເຂົ້າໃນການປັບປຸງກໍ່ສ້າງ ກົມກອງໃຫ້ມີບາດກ້າວຂະ ຫຍາຍຕົວຂຶ້ນເລື້ອຍໆ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ