ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ບໍ່ແຮ່ ໂກເອັກໂກ ເຂົ້າອວຍພອນການນໍາກອງພົນທີ 4
ເວລາອອກຂ່າວ: 2021-12-08 11:06:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ສະຫາຍ ຫວໍ ດຶກ ບິງ ຮອງອໍານວຍການບໍລິສັດ ບໍ່ແຮ່ ໂກເອັກໂກ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມຄະນະ ໄດ້ນຳເອົາກະຕ່າ ຂອງຂວັນເຂົ້າອວຍພອນການນຳ ກອງພົນທີ 4 ໃນວັນທີ 2 ທັນວາ 2021 ນີ້, ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຫົວໜ້າຫ້ອງການເມືອງ ກອງ ພົນທີ 4, ພ້ອມດ້ວຍຄະນະ ພັກ-ຄະນະຫ້ອງການ ອົງການ 5 ຫ້ອງເຂົ້າຮ່ວມ. ສະຫາຍ ຫວໍ ດຶກ ບິງ ຮອງອໍານວຍການ ບໍລິສັດ ບໍ່ແຮ່ ໂກເອັກໂກ ປະຈໍາແຂວງສະຫວັນ ນະເຂດ ໄດ້ສະແດງປິຕິຊົມຊື່ນ ນຳຄະນະພັກ-ຄະນະບັນຊາ ກອງພົນທີ 4 ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ແລະ ອວຍພອນໄຊອັນ ປະເສີດມາຍັງຄະນະພັກ-ຄະ ນະບັນຊາ ກອງພົນທີ 4 ພ້ອມ ຄະນະ, ຕະຫຼອດຮອດນາຍ ແລະ ພົນທະຫານມີສຸຂະພາບເຂັ້ມ ແຂງ ພ້ອມກັນເຮັດສຳເລັດທຸກ ໜ້າທີ່ວຽກງານທີ່ ພັກ-ລັດ ມອບໝາຍ ເຮັດໃຫ້ປະເທດຊາດ ມີຄວາມສະຫງົບໂດຍພື້ນຖານ ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງ ກົມກອງຂອງຕົນໃຫ້ເຕີບໃຫຍ່ ເຂັ້ມແຂງຂຶຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ໄດ້ຕາງໜ້າຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບ ທົ່ວກອງພົນທີ 4 ສະ ແດງຄວາມຮູ້ບຸນຄຸນຢ່າງເລິກ ເຊິ່ງ ແລະ ອວຍພອນໄຊອັນປະ ເສີດ ມາຍັງອໍານວຍການ ບໍລິສັດ ບໍ່ແຮ່ ໂກເອັກໂກ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະຈົ່ງມີສຸຂະພາບແຂງ ແຮງ, ມີຄວາມສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ເພີ່ມພູນຄູນ ສ້າງຮັດແໜ້ນຄວາມສາມັກຄີ, ຄວາມຮັກແພງສະໜິດສະໜົມ,ໄມຕີຈິດມິດຕະພາບອັນອົບອຸ່ນ ລະຫວ່າງ ກອງພົນທີ 4 ແລະ ບໍລິ ສັດ ໂກເອັກໂກ ໃຫ້ໝັ້ນຄົງຍາວ ນານຕະຫຼອດໄປ ພ້ອມທັງຈະນຳ ເອົາຂອງຂວັນດັ່ງກ່າວໄປປະ ກອບເຂົ້າໃນການປັບປຸງກໍ່ສ້າງ ກົມກອງໃຫ້ມີບາດກ້າວຂະ ຫຍາຍຕົວຂຶ້ນເລື້ອຍໆ. ໂດຍ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ