ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງ ໄຊສົມບູນ ປິດບັ້ນອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-12-08 11:06:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2021 ນີ້, ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ປິດບັ້ນອົບ ຮົມ-ຫັດແອບຍິງເປົ້າໝາຍດ້ວຍ ລູກປືນແທ້ ປະຈຳປີ 2021 ຢູ່ທີ່ ກອງພັນ 597, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພັນເອກ ຄຳອິ້ງ ກິ່ງແກ້ວ ຫົວໜ້າ ການທະຫານ ກອງບັນຊາການ ທະຫານແຂວງໄຊສົມບູນ, ມີ ຄະນະພັກ- ຄະນະບັນຊາ ອົງການ 5 ຫ້ອງ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງພັນ ດາບຸດດີ ຫົວໜ້າຫ້ອງເສນາທິ ການ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຜ່ານບົດ ສະຫຼຸບຜົນການຈັດຕັ້ງອົບຮົມ ຫັດແອບຍິງເປົ້າໝາຍດ້ວຍ ລູກປືນແທ້ໃນຄັ້ງນີ້ ໄດ້ຮັບໝາກ ຜົນສູງ ໂດຍພາຍໃຕ້ການຊີ້ນຳ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ, ນັກເຝິກອົບຮົມແຕ່ລະ ພາກສ່ວນແມ່ນມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ການເມືອງຂອງ ຕົນຢ່າງຕັ້ງໜ້າ, ປະຕິບັດຄຳ ສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ, ມີຄວາມອົດທົນຜ່ານຜ່າບຸກບືນຕໍ່ບັ້ນອົບຮົມ-ຫັດແອບໃນຄັ້ງນີ້; ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນເປັນຢ່າງດີ ເຊິ່ງເຮັດ ໃຫ້ການຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ໃນຄັ້ງນີ້ ມີຄວາມ ຮັບປະກັນສູງ ແລະ ຮັກສາຄວາມ ປອດໄພ 100%. ໂອກາດດັງກ່າວ, ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຄະນະ ຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມຕໍ່ຜົນສຳເລັດ ການຫັດແອບຍິງລູກປືນແທ້ໃນ ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ອັນເລິກເຊິ່ງຕໍ່ໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ. ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ນັກ ເຝິກອົບຮົມແຕ່ລະສະຫາຍເອົາ ໃຈໃສ່ເຊື່ອມຊຶມກຳແໜ້ນບັນດາ ເນື້ອໃນ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ ໄດ້ຮັບຜົນສູງ, ເປັນເຈົ້າການໃນ ການຈັດຕັ້ງປະຕິບັດໜ້າທີ່ຂອງ ຕົນ ໂດຍສະເພາະ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ສືບຕໍ່ເອົາໃຈ ໃສ່ປັບປຸງກຳລັງໃຫ້ມີຄວາມເຕີບ ໃຫຍ່ ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ