ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ມອບເຄື່ອງໃຫ້ສູນເສຍອົງຄະພິເສດ 790
ເວລາອອກຂ່າວ: 2021-12-08 11:05:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:
ໃນວັນທີ 3 ທັນວາ 2021 ,
ບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ ໄດ້ນຳເອົາເຄຶ່ອງຮັບ ໃຊ້ຫ້ອງການ, ເຄື່ອງອຸປະໂພກ ແລະ ເຄື່ອງມືການແພດປ້ອງກັນ ພະຍາດ ໂຄວິດ-19 ມາມອບ
ໃຫ້ສູນເສຍອົງຄະພິເສດ790,
ໂດຍການກ່າວມອບຂອງ ທ່ານ
ສົມບູນ ອິນທະປະຖາ ຫົວໜ້າ
ຫ້ອງການກະຊວງການເງິນ ທັງເປັນປະທານ ສະພາບໍລິຫານ ບໍລິສັດ ລັດວິສາຫະກິດ ຫວຍ ພັດທະນາ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງ ສະຫາຍ ພັນໂທ
ບຸນມີ ອິນທະວົງສາ ຫົວໜ້າການ ເມືອງ ສູນເສຍອົງຄະພິເສດ 790
ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ ແລະ ພະນັກງານເສຍອົງຄະ
ພິເສດ, ພະນັກງານອາວຸໂສບຳ
ນານ ແລະ ພະນັກງານ-ນັກຮົບ ທົ່ວສູນເສຍອົງຄະພິເສດ 790 ເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ລວມມີ: ຄອມພິວເຕີ 1 ຊຸດ, ກ້ອງຖ່າຍຮູບ 1 ໜ່ວຍ, ປິນເຕີສີ 1 ຊຸດ, ຜ້າຫົ່ມ 178 ຜືນ, ມຸ້ງ 178
ດາງ, ເຈວລ້າງມື 50 ກ່ອງ, ເຄື່ອງ
ວັດແທກອຸນຫະພູມ 1 ຊຸດ ແລະ
ຜ້າອັດປາກ 100 ກັບ ລວມມູນຄ່າ ທັງໝົດ 45.995.000 ກີບ.
ໂອກາດດັ່ງກ່າວ, ສະຫາຍ
ພັນໂທ ບຸນມີ ອິນທະວົງສາ ໄດ້
ກ່າວສະແດງຄວາມຂອບໃຈຕໍ່ ການມອບເຄື່ອງຊ່ວຍເຫຼືອໃນ ຄັ້ງນີ້ ພ້ອມທັງໄດ້ມອບໃບສົມມະ ນາຄຸນໃຫ້ແກ່ ບໍລິສັດ ລັດວິສາຫະ ກິດຫວຍພັດທະນາ ຕື່ມອີກ.
ໂດຍ: ພູສັນ ສາຍນ້ຳງື່ມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ