ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະພາແຫ່ງຊາດລາວ ແລະ ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ
ເວລາອອກຂ່າວ: 2021-12-08 11:02:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:



(ສພຊ) ສະຫາຍ ປອ ໄຊ ສົມພອນ ພົມວິຫານ, ກໍາມະການ ກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ໄປຢ້ຽມຢາມສັນຖະວະໄມຕີ ສສ. ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-8 ທັນວາ 2021, ໂດຍຕອບສະໜອງຕາມ ຄໍາເຊີນຂອງ ສະຫາຍ ເວືອງ ດິງ ເຫວ້, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດ ນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ເວລາ 8 ໂມງ 30 ນາທີ, ໄດ້ເດີນທາງເຖິງສະໜາມບິນສາ ກົນໂນ້ຍບ້າຍ ສສ ຫວຽດນາມ, ໂດຍການຕ້ອນຮັບຢູ່ສະໜາມບິນ ມີສະຫາຍ ຫວູ ຮ່າຍ ຮ່າ, ປະທານ ກໍາມາທິານການຕ່າງປະເທດສະ ພາແຫ່ງຊາດຫວຽດນາມ ພ້ອມ ດ້ວຍຄະນະ, ສະຫາຍ ແສງ ເພັດ ຮຸ່ງບຸນຍ່ວງ ເອກອັກ ຄະ ລັດຖະ ທູດ ແຫ່ງ ສປປ ລາວ ປະຈາໍ ສສ ຫວຽດນາມ ພ້ອມດ້ວຍຄະນະ. ເວລາ 9 ໂມງ 20 ນາທີ, ພິ ທີຕ້ອນຮັບຢ່າງເປັນທາງການໄດ້ ຈັດຂຶ້ນຢ່າງສົມກຽດທີ່ຫໍສະພາ ແຫ່ງຊາດບ່າດິງ ໂດຍການຕ້ອນ ຮັບຈາກ ສະຫາຍ ເວືອງ ດິງ ເຫວ້, ປະທານສະພາແຫ່ງຊາດແຫ່ງ ສສ.ຫວຽນາມ ພ້ອມດ້ວຍພັນ ລະຍາ ແລະ ຄະນະ. ຈາກນັ້ນ, ໄດ້ ມີການພົບປະສອງຝ່າຍລະຫວ່າງ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວ້, ປະທານສະພາແຫ່ງ ຊາດ ແຫ່ງ ສສ ຫວຽນາມ ດ້ວຍ ບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນຕີລາຄາຄືນການພົວ ພັນຮ່ວມມືລະຫວ່າງສອງອົງ ການນິຕິບັນຍັດຂອງສອງປະ ເທດ ໃນໄລຍະຜ່ານມາ ແລະ ພ້ອມ ກັນປຶກສາຫາລືທິດທາງແຜນ ການໃນຕໍ່ໜ້າ ເປັນຕົ້ນແມ່ນການ ປັບປຸງບົດບັນທຶກການຮ່ວມມື ລະຫວ່າງສອງອົງການນິຕິບັນ ຍັດເຊິ່ງຈະໝົດອາຍຸໃນປີ 2022, ການສ້າງກິດຈະກໍາສະເຫຼີມສະ ຫຼອງສອງວັນປະຫວັດສາດ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022, ການ ແລກປ່ຽນບົດຮຽນໃນການຄຸ້ມ ຄອງບໍລິຫານ ແລະ ການປົກປັກ ຮັກສາອາຄານຫໍສະພາແຫ່ງ ຊາດ, ການປະເມີນຜົນການປະ ຕິບັດໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງບຸກຄະລາກອນ ທີ່ສະ ພາແຫ່ງຊາດເລືອກຕັ້ງ ແລະ ບຸກ ຄະລາກອນ ທີ່ສະພາແຫ່ງຊາດ ຮັບຮອງເອົາການແຕ່ງຕັ້ງ, ການ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ, ການຍົກເວັ້ນ ການປະຕິບັດບາງມາດຕາຂອງ ກົດໝາຍໃນໂຄງການພັດທະນາ ເສດຖະກິດ-ສັງຄົມ, ການລົງ ທຶນພາຍໃນ ແລະ ຕ່າງປະເທດ; ການແລກປ່ຽນບົດຮຽນກ່ຽວ ກັບການຊີ້ນໍາ-ນໍາພາ ແລະຄຸ້ມ ຄອງຂອງອົງຄະນະພັກສະພາ ແຫ່ງຊາດ; ປຶກສາຫາລືກ່ຽວກັບການສ້າງແຜນການຊຸກຍູ້ ແລະ ລົງຕິດຕາມກວດກາຮ່ວມກັນ ໃນຫົວຂໍ້ໃດໜຶ່ງທີ່ສອງຝ່າຍມີ ຄວາມສົນໃຈ. ພ້ອມນີ້, ສືບຕໍ່ປຶກ ສາຫາລືກ່ຽວກັບການຍ້ອງຍໍ ບຸກຄົນ ແລະ ກົມກອງຂອງຝ່າຍ ຫວຽດນາມ ທີ່ມີຜົນງານດີເດັ່ນ ໃນການປຸກສ້າງຫໍສະພາແຫ່ງ ຊາດລາວຫຼັງໃໝ່. ພາຍຫຼັງການພົບປະສອງ ຝ່າຍ, ສະຫາຍປະທານສະພາ ແຫ່ງຊາດລາວ ຍັງໄດ້ສືບຕໍ່ນໍາ ພາຄະນະເຂົ້າຮ່ວມກອງປະຊຸມ ສໍາມະນາແລກປ່ຽນບົດຮຽນ ຮ່ວມກັນລະຫວ່າງສອງສະພາ ແຫ່ງຊາດ ກ່ຽວກັບການຊັກຖາມ ໃນກອງປະຊຸມຂອງສະພາ ແຫ່ງຊາດ, ການນໍາໃຊ້ບັນດາຂໍ້ ກໍານົດຂອງກົດໝາຍເຂົ້າໃນການຜັນຂະຫຍາຍບັນດາໂຄງ ການພັດທະນາເສດຖະກິດ-ສັງ ຄົມ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ. ໃນຕອນບ່າຍຂອງວັນດຽວ ກັນ, ສະຫາຍປະທານສະພາ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການ ກົມການເມືອງສູນກາງພັກ, ປະ ທານປະເທດ ແຫ່ງ ສສ ຫວຽດ ນາມ ແລະ ຢ້ຽມຢາມພົບປະ ສະ ຫາຍ ຟາມ ມິງ ຈິງ ກຳມະການ ກົມການເມືອງສູນກາງພັກ, ນາ ຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ເພື່ອປຶກສາຫາລືທິດທາງ ໃນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ກໍຄືລາຍງານໃຫ້ຊາບ ກ່ຽວກັບຜົນຂອງການພົບປະ ສອງຝ່າຍລະຫວ່າງສອງປະທານ ຂອງອົງການນິຕິບັນຍັດ. ໃນຕອນຄໍ່າ, ສະຫາຍ ປະທານ ສະພາແຫ່ງຊາດລາວ ກໍໄດ້ໃຫ້ ກຽດຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍປະທານຄະນະມິດ ຕະພາບລັດຖະສະພາຫວຽດ ນາມ- ລາວ ຂອງສະພາແຫ່ງ ຊາດ ຫວຽດນາມ ແລະ ໄດ້ເຂົ້າຮ່ວມ ງານລ້ຽງຕ້ອນຮັບຈັດໂດຍ ປະ ທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ