ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຢູ່ເຂດໃຈກາງ ທີ 4
ເວລາອອກຂ່າວ: 2021-12-08 11:00:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ວັນທີ 7 ທັນວາ 2021 ນີ້, ຢູ່ທີ່ສະໂມສອນກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ໄດ້ຈັດພິທີປະກາດການເລື່ອນ ຊັ້ນໃຫ້ນາຍທະຫານຊັ້ນພັນຕີ ຂຶ້ນຊັ້ນພັນໂທຢູ່ເຂດໃຈກາງທີ 4, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາ ວົງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຕາງໜ້າ ຄະນະພັກ-ຄະນະບັນຊາ ຈາກວິ ທະຍາຄານປ້ອງກັນຊາດ, ວິທະຍາຄານພະລາທິການກອງທັບ, ກອງພັນໃຫຍ່ 703, ກອງພັນ ໃຫຍ່ 941, ກອງພັນໃຫຍ່ 11, ພ້ອມ ດ້ວຍນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄໍາ ເອັ້ຍ ສຸກແສງເໜືອ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4922/ກປທ ລົງວັນທີ 11 ພະຈິກ 2021 ວ່າ ດ້ວຍການເລື່ອນຊັ້ນພັນຕີຂຶ້ນຊັ້ນ ພັນໂທໃຫ້ນາຍທະຫານຢູ່ບັນດາ ກົມກອງເຂດໃຈກາງ (ທີ 4), ເຊິ່ງ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍ ການເລື່ອນຊັ້ນນາຍທະຫານ ດັ່ງ ນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເລື່ອນຊັ້ນພັນຕີຂຶ້ນຊັ້ນ ພັນໂທໃຫ້ນາຍທະຫານຢູ່ບັນດາ ກົມກອງເຂດໃຈກາງ, ຈໍານວນ 41 ສະຫາຍ ເຊິ່ງໃນນັ້ນຢູ່ກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ມີ 15 ສະຫາຍ, ວິທະຍາ ຄານປ້ອງກັນຊາດ ມີ 9 ສະຫາຍ, ວິທະຍາຄານພະລາທິການກອງ ທັບ ມີ 5 ສະຫາຍ, ກອງພັນໃຫຍ່ 703 ມີ 7 ສະຫາຍ, ກອງພັນ ໃຫຍ່ 941 ມີ 2 ສະຫາຍ ແລະ ກອງພັນໃຫຍ່ 11 ມີ 3 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ຍັງໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນ ເດັ່ນທີ່ຍາດມາໄດ້ໃນຄັ້ງນີ້ຢ່າງ ສຸດອົກສຸດໃຈ ພ້ອມທັງໄດ້ເນັ້ນ ໜັກຕື່ມ, ຈົ່ງພ້ອມກັນສືບຕໍ່ເອົາ ໃຈໃສ່ເຝິກຝົນຫຼໍ່ຫຼອມພັດທະນາ ຕົນເອງໃນທຸກດ້ານ, ມີແບບແຜນ ວິທີເຮັດວຽກໃນການນຳພາ-ບັນ ຊາ, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນ ໂດຍ ເຮັດວຽກເປັນໝູ່ຄະນະ, ມີຄວາມ ເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນ ແບບຢ່າງໃຫ້ແກ່ນາຍ ແລະ ພົນ ທະຫານ ເພື່ອພ້ອມກັນສຸມໃສ່ເຮັດ ສຳເລັດທຸກໜ້າທີ່ຕາມການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ