ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວັນຊາດ ທີ 2 ທັນວາ ແມ່ນໝາກຜົນແຫ່ງການນຳພາຂອງພັກ ແມ່ນໄຊຊະນະຂອງປະຊາຊົນລາວບັນດາເຜົ່າ
ເວລາອອກຂ່າວ: 2021-12-08 10:55:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ສົມ ແຄນ ອັບປະສອນ ຄະນະປະຈຳ ພັກແຂວງ, ຫົວໜ້າກອງບັນຊາ ການທະການແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກກັບວັນ ຊາດ ທີ 2 ທັນວາ ຄົບຮອບ 46 ປີ ຜ່ານສື່ມວນຊົນຂອງແຂວງ ໃນວັນທີ 3 ທັນວາ 2021 ນີ້ວ່າ: ໃນໂອກາດທີ່ປວງຊົນລາວທັງ ຊາດໄດ້ພ້ອມກັນລະນຶກ ແລະ ສະ ເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍສະເພາະແມ່ນ ວັນຊາດ ທີ 2 ທັນວາ ເຊິ່ງເປັນ ວັນທີ່ມີຄວາມໝາຍສຳຄັນ, ເປັນ ວັນປະຫວັດສາດຂອງຊາດລາວ. ຂ້າພະເຈົ້າໃນນາມປະຊາຊົນລາວ ແລະ ໃນນາມຕາງໜ້າການນຳຂອງແຂວງ, ສຸດທີມີຄວາມດີອົກດີໃຈຕໍ່ກັບວັນດັ່ງກ່າວ. ຕະຫຼອດໄລຍະ 46 ປີ ແມ່ນໄລ ຍະທີ່ປະຊາຊົນລາວໄດ້ເຮັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ທີ່ເຕັມໄປດ້ວຍຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ເຊິ່ງສະແດງອອກ ໃນວຽກງານ ປົກປັກຮັກສາປະເທດຊາດ ພວກ ເຮົາແມ່ນຍັງຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ສະຫງົບ, ມີຄວາມປອດໄພໂດຍ ພື້ນຖານ, ການພັດທະນາທາງ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເຖິງວ່າມີຄວາມຫຍຸ້ງ ຍາກ, ສິ່ງທ້າທາຍຫຼາຍປະການ ແຕ່ເຫັນວ່າປະເທດຊາດມີການ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິ ເສດໃນໄລຍະທີ່ພວກເຮົາລະນຶກ ແລະ ສະເຫຼີມສະຫຼອງວັນສຳຄັນ ຂອງຊາດ ແມ່ນໄດ້ສະແດງເຖິງ ການພັດທະນາອັນໃຫຍ່ຫຼວງ ພາຍໃຕ້ການນຳພາຂອງພັກປະ ຊາຊົນ ປະຕິວັດລາວ, ພັກ-ລັດຖະ ບານ ກໍໄດ້ເປີດການນຳໃຊ້ທາງ ລົດໄຟລາວ-ຈີນ ເຊິ່ງສະແດງ ເຖິງຄວາມສະຫຼາດສ່ອງໃສຂອງ ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ແລະ ການປະກອບ ສ່ວນຂອງສັງຄົມໃນທົ່ວປະເທດ, ແມ່ນຜົນງານອັນໃຫຍ່ຫຼວງທີ່ ບໍ່ເຄີຍເຫັນ ແລະ ບໍ່ເຄີຍມີມາກ່ອນ ສຸດທີ່ມີຄວາມພາກພູມໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ຜົນ ງານ ແລະ ໄຊຊະນະດັ່ງກ່າວ. ສະເພາະຢູ່ໃນແຂວງຄຳມ່ວນ ພວກເຮົາກໍ່ຍັງມີຫຼາຍດ້ານ, ຫຼາຍ ຂົງເຂດທີ່ໄດ້ຮັບການພັດທະນາ ໄປພ້ອມໆກັນ ເຊິ່ງແຂວງຄຳມ່ວນ ກໍ່ແມ່ນແຂວງໜຶ່ງທີ່ມີຄວາມ ສະຫງົບປອດໄພ, ເສດຖະກິດ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ແລະ ອີກດ້ານໜຶ່ງ ໃນນາມເປັນຜູ້ບັງຄັບບັນຊາໃນ ຂົງເຂດກຳລັງປ້ອງກັນຊາດ ແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈ ເພາະວ່າວັນຊາດ ທີ 2 ທັນວາ ແມ່ນໝາກຜົນແຫ່ງການນຳພາ ຂອງພັກ, ໝາກຜົນໃນການປະ ກອບສ່ວນຂອງປະຊາຊົນ, ພະ ນັກງານ, ທະຫານ, ຕຳຫຼວດ, ລັດ ຖະກອນ ທຸກຊັ້ນຄົນ. ໃນໄລຍະ ຕໍ່ສູ້ປົດປ່ອຍຊາດແມ່ນມີການ ຕໍ່ສູ້ຢ່າງດຸເດືອດຂ້ຽວຂາດລະອິດ ລະອ້ຽວ. ສະນັ້ນ ວັນຊາດທີ 2 ທັນວາ ແມ່ນຜົນງານ ແລະ ໄຊ ຊະນະຂອງທົ່ວສັງຄົມ ແລະ ປະ ຊາຊົນບັນດາເຜົ່າທຸກຊັ້ນຄົນ, ການພັດທະນາຂອງພວກເຮົາ ໃນປັດຈຸບັນນີ້ເຫັນວ່າປະຊາຊົນ ໄດ້ຢູ່ດີກິນດີ, ປະເທດຊາດມີສະ ຖຽນລະພາບພວກເຮົາກໍ່ບໍລືມ ເຖິງບຸນຄຸນ ແລະ ຄຸນງາມຄວາມ ດີຂອງບັນພະບູລຸດ ກໍຄືການນຳ ໃນແຕ່ລະໄລຍະ. ໃນວັນຊາດທີ 2 ທັນວາ ການນຳແຂວງຄຳມ່ວນກໍໄດ້ຈັດວາງພວງມາລາ ແລະ ວາງກະຕ່າດອກໄມ້ ຢູ່ທີ່ອະ ນຸສາວະລີນັກຮົບນິລະນາມ, ອະ ນຸສາວະລີປະທານ ໄກສອນ ພົມ ວິຫານ ແລະ ອະນຸສອນສະຖານ ປະທານ ສຸພານຸວົງ ນັ້ນແມ່ນສະ ແດງເຖິງການລະນຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີ, ສະແດງ ເຖິງຈິດໃຈເຄົາລົບບູຊາ ແລະ ຜັນ ຂະຫຍາຍຜົນງານຄຸນງາມຄວາມ ດີຂອງຜູ້ນຳຮຸ່ນກ່ອນຕະຫຼອດໄປ. ສຳລັບກຳລັງປ້ອງກັນຊາດ ຂອງແຂວງຄຳມ່ວນ ກໍໄດ້ສ້າງ 4 ຂະບວນການ ເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສຳຄັນເປັນຕົ້ນ: 1. ການສ້າງຂະບວນການໃຫ້ມີ ຄວາມສະຫງົບ, 2. ປັບປຸງກໍ່ສ້າງ ກຳລັງ, 3. ການສ້າງສາພັດທະ ນາ ແລະ ການຜະລິດ ແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານນັກ ຮົບ 4. ແມ່ນການປະສານສົມທົບ ຮ່ວມມືກັບເພື່ອນມິດທີ່ຢູ່ໃກ້ຄຽງ. ນອກນີ້ກໍໄດ້ມີການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ແລະ ໂຄສະນາກ່ຽວກັບຜົນງານ ແລະ ໄຊຊະນະໃນການສ້າງສາ ພັດທະນາປະເທດຊາດໂດຍໄດ້ ມີການຈັດຕັ້ງປາຖະກະຖາວັນ ຊາດ ທີ 2 ທັນວາ, ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ວັນເປີດການນຳໃຊ້ທາງລົດໄຟ ລາວ-ຈີນ ແລະ ສ້າງຂະບວນ ການປະດັບປະດາອະນາໄມສະ ຖານທີ່ສຳຄັນ ເປັນຕົ້ນແມ່ນ ອະນຸສາວະລີນັກຮົບນິລະນາມ ໂດຍການອະນາໄມ, ທາສີໃໝ່ ເພື່ອໃຫ້ມີຄວາມສະອາດ, ສວຍ ງາມ ແລະ ຈະໄດ້ສືບຕໍ່ນຳພາສ້າງ ຂະບວນການໃຫ້ຕໍ່ເນື່ອງກັບວັນ ສ້າງຕັ້ງກອງທັບປະຊາຊົນລາວ ທີ່ຈະມາເຖິງໃນມໍ່ໆນີ້. ເນື່ອງໃນໂອກາດວັນສຳຄັນດັ່ງກ່າວນີ້ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ ແລະ ການນຳທຸກຂັ້ນ ໂດຍສະເພາະ ແມ່ນການນຳຂອງແຂວງທີ່ໄດ້ຊີ້ ນຳຕໍ່ກຳລັງປະກອບອາວຸດແຂວງ ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ, ສະແດງອອກປະຊາ ຊົນໄດ້ໃຫ້ຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຕໍ່ກຳລັງໃນການປົກປັກ ຮັກສາເຂດນໍ້າແດນດິນ ແລະ ຂໍ ອວຍພອນໃຫ້ແກ່ການນຳພັກ-ລັດ ຕະຫຼອດເຖິງປະຊາຊົນບັນດາ ເຜົ່າທຸກຊັ້ນຄົນຈົ່ງມີສຸຂະພາບ ເຂັ້ມແຂງ, ປາສະຈາກໂລກໄພໄຂ້ ເຈັບ ພ້ອມກັບປະຕິບັດມາດຕະ ການປ້ອງກັນໂຄວິດ-19 ໃຫ້ມີ ຄວາມປອດໄພ ຮ່ວມແຮງຮ່ວມ ໃຈກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າສະເພາະກໍຄືແຂວງຄຳມ່ວນ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ພໍ່ ແມ່ປະຊາຊົນໄດ້ຢູ່ດີກິນດີ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ