ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ ການປູກຖົ່ວເຫຼືອງຢູ່ເມືອງຊຽງຮ່ອນ
ເວລາອອກຂ່າວ: 2021-12-08 10:50:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:



ວັນທີ 6 ທັນວາ 2021 ນີ້, ທ່ານ ພົງສະຫວັນ ສິດທະ ວົງກຳມະການສູນກາງພັກເຈົ້າ ແຂວງໆໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກ ໝາກຖົ່ວເຫຼືອງ ຂອງບໍລິສັດ ກາງ ສ່ຽງ ຈາກ ສປ ຈີນ, ໃຫ້ການຕ້ອນ ຮັບ ແລະ ນໍາພາລົງເບິ່ງຕົວຈິງ ໂດຍ ທ່ານ ກົງທອງ ສິດທິໄຊ ເຈົ້າ ເມືອງໆ ຊຽງຮ່ອນ ພ້ອມດ້ວຍ ການນໍາຫຼັກແຫຼ່ງຂອງເມືອງ ແລະ ພະນັກງານວິຊາການທັງສອງ ພາກສ່ວນເຂົ້າຮ່ວມ. ການປູກຖົ່ວເຫຼືອງເພື່ອສົ່ງໄປ ສປ ຈີນ ຢູ່ເມືອງຊຽງຮ່ອນ ໃນ ລະດູແລ້ງປີນີ້ ມີ 1 ບໍລິສັດຄື: ບໍ ລິສັດ ກາງສ່ຽງ ເຊິ່ງມີເນື້ອທີ່ໃນ ການປູກທັງໝົດ 170 ກວ່າເຮັກ ຕາ, ຮອດປັດຈຸບັນ ການກະກຽມ ດິນແມ່ນສໍາເລັດແລ້ວກວ່າ 80% ແລະ ປູກສໍາເລັດແລ້ວກວ່າ 40%. ຈາກນັ້ນ ຄະນະທ່ານເຈົ້າແຂວງ ໄດ້ໄປເບິ່ງການກໍ່ສ້າງໂຮງງານ ລ້າງໝາກຖົ່ວເຫຼືອງ, ເຊິ່ງການ ກໍ່ສ້າງແມ່ນສໍາເລັດ ແລ້ວ 70%, ເບິ່ງການກໍ່ສ້າງໂຮງງານແປຮູບຢາງພະລາ ຂອງບໍລິສັດ ຈິນທົງ ການກໍ່ສ້າງແມ່ນສໍາເລັດ 15%. ການປູກພືດລະດູແລ້ງເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂດຍຜ່ານ ການລໍາລຽງ ແລະ ຂົນສົ່ງດ້ວຍ ລົດໄຟລາວ-ຈີນທີ່ຫາກໍເປີດນໍາ ໃຊ້ຢ່າງເປັນທາງການໃນຕົ້ນ ເດືອນ ທັນວາ ປີນີ້ ຈະສ້າງຄວາມ ສະດວກວ່ອງໄວໃຫ້ແກ່ກຸ່ມບໍລິ ສັດຕ່າງໆທີ່ມາລົງທຶນຢູ່ ສປປ ລາວ, ໂດຍສະເພາະແມ່ນນັກທຸ ລະກິດຈາກ ສປ ຈີນ ທີ່ລົງທຶນຢູ່ ເມືອງຊຽງຮ່ອນ ຈະເປັນຂີດໝາຍ ສຳຄັນໃຫ້ກັບອົງການປົກຄອງ ເມືອງໃນການຊຸກຍູ້, ດຶງດູດນັກ ລົງທຶນໃຫ້ເຂົ້າມາລົງທຶນໃນການ ປູກພືດລະດູແລ້ງ ພ້ອມທັງສົ່ງ ເສີມການປູກ ແລະ ແປຮູບຢາງ ພາລາ ຄາດວ່າຈະເຮັດໃຫ້ເສດ ຖະກິດຂອງເມືອງມີທ່ວງທ່າດີຂຶ້ນ ເປັນກ້າວໆ. ໂດຍ: ດອນຂຽວ ພະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ