ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 426 ປິດຊຸດອົບຮົມ-ຫັດແອບ ຊ້ອມຮົບບັນຊາ-ເສນາ ຝ່າຍດຽວເທິງແຜນທີ່
ເວລາອອກຂ່າວ: 2021-12-08 10:42:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ກອງພັນ 426 ກອງພົນທີ 4 ໄດ້ປິດຊຸດອົບຮົມ-ຫັດແອບ ບັນຊາ-ເສນາ ຝ່າຍດຽວເທິງ ແຜນທີ່ ແລະ ພູມີປະເທດຂອງ ກົມກອງ ພາຍຫຼັງທີ່ດຳເນີນ ການອົບຮົມ-ຫັດແອບມາຕັ້ງ ແຕ່ວັນທີ 1-3 ທັນວາ 2021 ກໍ ໄດ້ສໍາເລັດ, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າ ການທະຫານກອງພົນທີ 4, ມີ ຄະນະພັກ-ຄະນະບັນຊາກອງ ພົນ, ຄະນະຊີ້ນຳຂັ້ນກອງພົນ, ອະນຸກຳມະການ, ຄະນະພັກ- ຄະນະບັນຊາກອງພັນ 426, ພະນັກງານວິຊາການຂັ້ນພະ ແນກ, ຕະຫຼອດຮອດພະນັກງານ ຫຼັກແຫຼ່ງກອງພັນ 426 ເຂົ້າ ຮ່ວມ. ສະຫາຍ ພັນໂທ ໂອຄຳ ສີສັງ ທອງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ 4 ໄດ້ໃຫ້ກຽດຂຶ້ນຜ່ານບົດສະ ຫຼຸບຕີລາຄາຜົນໄດ້ຮັບຜ່ານ ການຈັດຕັ້ງປະຕິບັດອົບຮົມ- ຫັດແອບສ້ອມຮົບບັນຊາ-ເສ ນາ 1 ຂັ້ນຝ່າຍດຽວ ເທິງແຜນ ທີ່ ພູມີປະເທດໃຫ້ຜູ້ບັນຊາຂັ້ນ ກອງພັນສາມາດຕີລາຄາຜົນໄດ້ ຮັບຄື: ຫັນພາວະກຽມພ້ອມສູ້ ຮົບຈາກພາວະປົກກະຕິຂຶ້ນສູ່ ພາວະເພີ່ມທະວີຂອງກົມກອງ ບັນລຸໄດ້ 85%, ຫັດແອບເທິງ ແຜນທີ່ ບັນລຸໄດ້ 75%, ຫັດ ແອບຫັນພາວະກຽມພ້ອມສູ້ຮົບ ຈາກພາວະເພີ່ມທະວີຂຶ້ນສູ່ພາ ວະຄົບຖ້ວນບັນລຸໄດ້ 85%, ອາ ແລັກເປົ່າເຫດເຄື່ອນກໍາລັງບັນ ລຸໄດ້ 90% ທັງນີ້ເພື່ອໃຫ້ຜູ້ບັນ ຊາແຕ່ລະຂັ້ນ ແຕ່ລະສະຫາຍໃນ ກົມກອງໄດ້ຫັດແອບຮໍ່າຮຽນ ເປັນປົກກະຕິຕໍ່ເນື່ອງ, ມີຄວາມ ຊິນເຄີຍ, ຄ່ອງແຄ້ວຮັບປະກັນ ໃຫ້ພະນັກງານ-ນັກຮົບສາມາດ ເຄື່ອນໄຫວສູ້ຮົບເທິງພູມີປະເທດ ທີ່ຄ້າຍຄືການສູ້ຮົບຕົວຈິງຮັບປະ ກັນໄດ້ຄວາມປອດໄຟ 100%. ໃນພິທີ ສະຫາຍ ຫົວໜ້າການ ທະຫານກອງພົນທີ 4 ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດຂອງການອົບຮົມ-ຫັດ ແອບ, ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາເປັນຕົ້ນ ຮຽກຮ້ອງໃຫ້ຄະນະຊີ້ນຳ, ອະນຸ ກຳມະການ, ຕະຫຼອດຮອດຄະ ນະພັກ-ຄະນະບັນຊາກອງພັນ 426 ແຕ່ລະຂັ້ນຈົ່ງພ້ອມກັນ ຍົກສູງຄວາມຮູ້-ຄວາມສາມາດ ໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີ ຄວາມສາມາດໃຫ້ເປັນປຶກແຜ່ນ ແກ່ນສານ, ເຮັດວຽກເປັນໝູ່ ຄະນະ, ແບ່ງວຽກໃຫ້ບຸກຄົນຮັບ ຜິດຊອບຢ່າງຄັກແນ່, ຕຳນິສົ່ງ ຂ່າວເຊິ່ງກັນ ແລະ ກັນ, ສະຫຼຸບ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ແກ້ໄຂບາງບັນຫາທີ່ ຄົງຄ້າງ, ພ້ອມທັງນຳເອົາເນື້ອ ໃນບົດຮຽນດັ່ງກ່າວໄປຈັດຕັ້ງ ຜັນຂະຫຍາຍເຂົ້າໃນກົມກອງໃຫ້ ເກີດດອກອອກຜົນໃນຊຸມປີຕໍ່ໄປ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ