ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເຂດ 4 ແລະ ທະຫານເຂດ 5 ສສ ຫວຽດນາມ ເຂົ້າອວຍພອນຄະນະກອງບັນຊາການທະຫານ ແຂວງໄຊສົມບູນ
ເວລາອອກຂ່າວ: 2021-12-07 09:53:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ໃນວັນທີ 1 ທັນວາ 2021 ທີ່ຜ່ານມາ, ຜູ້ຕາງໜ້າ ທະຫານ ເຂດ 4 ແລະ ທະຫານເຂດ 5 ສສ ຫວຽດນາມເຊິ່ງ ນຳໂດຍສະຫາຍ ຈີ່ງ ວູເຈື່ອງ ຕາງໜ້າໃຫ້ທະຫານ ເຂດ 4 ແລະ ສະຫາຍ ຫວງ ວັນ ລ໋ອກ ຕາງໜ້າບໍລິສັດ 206 ທະ ຫານເຂດ 5 ໄດ້ເຂົ້າອວຍຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງໄຊສົມບູນ ເນື່ອງໃນວັນຊາດ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021), ໂດຍ ການຕ້ອນຮັບຂອງ ສະຫາຍ ພັນ ເອກ ໝອນຄໍາ ດວງສະຫວັນ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງພ້ອມຄະນະ. ໂອກາດນີ້, ສະຫາຍ ຈີ່ງ ວູ ເຈື່ອງ ໄດ້ຕາງໜ້າ ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍວັນຊາດ 2 ທັນວາ ຄົບຮອບ 46 ປີ, ສະ ແດງຄວາມຍິນດີຕໍ່ຜົນສໍາເລັດ ອັນຈົບງາມທີ່ທົ່ວປວງຊົນລາວ ທັງຊາດຍາດມາໄດ້ໃນໄລຍະຕໍ່ ສູ້ກູ້ຊາດ ແລະ ໄລຍະປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດເວົ້າລວມ, ເວົ້າສະເພາະ ຄະນະພັກ-ຄະນະບັນຊາ ກອງບັນ ຊາການທະຫານແຂວງໄຊສົມບູນ ທີ່ເຮັດສໍາເລັດໜ້າທີ່ອັນຈົບງາມ ພ້ອມທັງເສີມສ້າງສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ໄດ້ສະ ແດງຄວາມຂອບອົກຂອບໃຈໄປ ເຖິງການນຳ ແລະ ປະຊາຊົນ ຫວຽດນາມ, ເວົ້າສະເພາະແມ່ນ ຄະນະພັກ-ຄະນະບັນຊາ ທະຫານ ເຂດ 4 ແລະ ທະຫານເຂດ 5 ທີ່ ຍາມໃດກໍໃຫ້ຄວາມຊ່ວຍເຫຼືອ ກອງບັນຊາການທະຫານແຂວງ ໄຊສົມບູນ ໃນການພັດທະນາກົມ ກອງຕະຫຼອດຮອດການກໍ່ສ້າງ ອາຄານ, ໂຮງຮຽນ ແລະ ໂຄງ ການຕ່າງໆຂອງກົມກອງ, ເຮັດ ໃຫ້ສະພາບພາຍໃນແຂວງມີ ຄວາມສະຫງົບ, ພັດທະນາກົມ ກອງໃຫ້ນັບມື້ນັບເຕີບໃຫ່ຍເຂັ້ມ ແຂງ, ພ້ອມທັງຈະສືບຕໍ່ສາຍພົວ ພັນພິເສດ, ຮອບດ້ານ ກັບ ອ້າຍ ນ້ອງຫວຽດນາມ ເປັນຕົ້ນ ທະ ຫານເຂດ 4 ແລະ ທະຫານ ເຂດ 5 ຂອງ ສສ ຫວຽດນາມ ໃນການ ພັດທະນາກົມກອງ, ປະກອບສ່ວນ ສ້າງສາພັດທະນາ ແຂວງໄຊ ສົມບູນ ໃຫ້ນັບມື້ຫັດແໜ້ນສາມັກ ຄີ, ມິດຕະພາບ ລະຫວ່າງ 2 ຊາດ ໃຫ້ໝັ້ນຄົງຕະຫຼອດໄປ. ພ້ອມດຽວກັນນີ້, ສະຫາຍ ພັນເອກ ຫງວຽນ ແອງ ແທ່ງ ປະ ທານບໍລິສັດ ໂກເອໂກ ພ້ອມຄະ ນະ ກໍໄດ້ເຂົ້າອວຍພອນ ຄະນະ ພັກ-ຄະນະບັນຊາ ກອງບັນຊາ ການທະຫານແຂວງໄຊສົມບູນ ເຊິ່ງໃຫ້ການຕ້ອນຮັບຂອງ ສະ ຫາຍ ພັນເອກ ໝອນຄໍາ ດວງສະ ຫວັນ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງ ຕື່ມ ອີກ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ