ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1,004 ຄົນ (ຕິດເຊື້ອພາຍໃນ ມີ 997 ຄົນ ແລະ ຕິດເຊື້ອນໍາເຂົ້າ 07 ຄົນ).
ເວລາອອກຂ່າວ: 2021-12-03 14:24:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ໃນວັນທີ 03 ທັນວາ 2021 ນີ້, ໂດຍໄດ້ຮັບການມອບໝາຍຈາກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວໃນວັນທີ 02 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 9,011 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,004 ຄົນ (ຕິດເຊື້ອພາຍໃນ ມີ 997 ຄົນ ແລະ ຕິດເຊື້ອນໍາເຂົ້າ 07 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 997 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້: 1.ນະຄອນຫຼວງ 223 ຄົນ ໃນ 108 ບ້ານ ແລະ 8 ເມືອງ, ເມືອງຈັນທະບູລີ ມີ 14 ບ້ານ (30 ຄົນ), ເມືອງສີໂຄດຕະບອງ ມີ 20 ບ້ານ (46 ຄົນ), ເມືອງໄຊເສດຖາ ມີ 23 ບ້ານ (49 ຄົນ), ເມືອງສີສັດຕະນາກມີ 10 ບ້ານ (23 ຄົນ), ເມືອງ ນາຊາຍທອງ ມີ 11 ບ້ານ (21 ຄົນ), ເມືອງໄຊທານີ ມີ 21 ບ້ານ (37 ຄົນ), ເມືອງຫາດຊາຍຟອງ ມີ 7 ບ້ານ (11 ຄົນ), ເມືອງ ປາກງື່ມ ມີ 02 ບ້ານ (04 ຄົນ) ,ຕ່າງແຂວງ ມີ 01 ຄົນ ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ, 2.ແຂວງວຽງຈັນ ມີ 107 ຄົນ ໃນ 48 ບ້ານ ແລະ 11 ເມືອງ 3.ຫຼວງພະບາງ ມີ 93 ຄົນ ໃນ 33 ບ້ານ ແລະ 6 ເມືອງ 4.ບໍລິຄຳໄຊ ມີ 71 ຄົນ ໃນ 19 ບ້ານ ແລະ 5 ເມືອງ 5.ອັດຕະປື ມີ 64 ຄົນ ໃນ 25 ບ້ານ ແລະ 5 ເມືອງ 6.ສະຫວັນນະເຂດ ມີ 57 ຄົນ ໃນ 25 ບ້ານ ແລະ 6 ເມືອງ 7.ຈຳປາສັກ ມີ 52 ຄົນ ໃນ 26 ບ້ານ ແລະ 6 ເມືອງ 8.ໄຊສົມບູນ ມີ 45 ຄົນ ໃນ 2 ເມືອງ 9.ບໍ່ແກ້ວ ມີ 43 ຄົນ ໃນ 16 ບ້ານ ແລະ 3 ເມືອງ 10.ຫົວພັນ ມີ 40 ຄົນ ໃນ 9 ບ້ານ ແລະ 4 ເມືອງ 11.ອຸດົມໄຊ ມີ 40 ຄົນ ໃນ 13 ບ້ານ ແລະ 2 ເມືອງ 12.ຫຼວງນ້ຳທາ ມີ 40 ຄົນ ໃນ 16 ບ້ານ ແລະ 3 ເມືອງ 13.ໄຊຍະບູລີ ມີ 36 ຄົນ ໃນ 17 ບ້ານ ແລະ 4 ເມືອງ 14.ຊຽງຂວາງ ມີ 34 ຄົນ ໃນ 14 ບ້ານ ແລະ 5 ເມືອງ 15.ຜົ້ງສາລີ ມີ 31 ຄົນ ໃນ 11 ບ້ານ ແລະ 3 ເມືອງ 16.ຄຳມ່ວນ ມີ 13 ຄົນ ໃນ 8 ບ້ານ ແລະ 2 ເມືອງ 17.ສາລະວັນ ມີ 5 ຄົນ ໃນ 5 ບ້ານ ແລະ 3 ເມືອງ 18.ເຊກອງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ, ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 07 ຄົນ, ທັງໝົດຈາກແຂວງອັດຕະປື ມາຮອດວັນທີ 03 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 77,500 ຄົນ, ເສຍຊີວິດສະສົມ 191 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 674 ຄົນ, ກໍາລັງປິ່ນປົວ 12,104 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ