ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 605 ຫັດແອບຍິງລູກປືນແທ້ ປະຈໍາປີ 2021
ເວລາອອກຂ່າວ: 2021-12-03 09:22:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1386 | ຄວາມນິຍົມ:



ວັນທີ 29 ພະຈິກ 2021 ນີ້, ກອງພັນໃຫຍ່ 605 ໄດ້ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ (DKB) ປະຈຳປີ 2021 ຂຶ້ນທີ່ ສະໜາມຍິງປືນນໍ້າຊວງ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມ ໃຫຍ່ເສນາທິການກອງທັບ, ສະ ຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານ ກອງພັນ ໃຫຍ່ 605, ມີຄະນະພັກ-ຄະນະ ບັນຊາກອງພັນໃຫຍ່, ຄະນະກອງ ຮ້ອຍ ພ້ອມດ້ວຍພະນັກງານ-ນັກ ຮົບໜຶ່ງກອງຮ້ອຍປືນ (DKB) ເຂົ້າຮ່ວມ. ການຫັດແອບຍິງລູກປືນແທ້ໃນ ຄັ້ງນີ້, ແມ່ນປະຕິບັດຕາມແຜນ ການອົບຮົມຫັດແອບຂອງກົມ ໃຫຍ່ເສນາທິການກອງທັບວາງ ອອກ, ກໍຄືແຜນການອົບຮົມ-ຫັດ ແອບການເມືອງ, ການທະຫານ ປະຈຳປີ 2021 ຂອງກອງພັນ ໃຫຍ່ 605, ເຊິ່ງການຫັດແອບຄັ້ງນີ້ແມ່ນໄດ້ຮັບການຊີ້ນໍາຈາກກົມປືນໃຫຍ່ໜ້າດິນ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605 ເຮັດໃຫ້ພະນັກງານ-ນັກຮົບແຕ່ ສະຫາຍເອົາໃຈໃສ່ອົບຮົມ-ຫັດ ແອບດ້ວຍຄວາມຮັບຜິດຊອບສູງ ທາງດ້ານສິລະປະຍຸດ-ຍຸດທະວິ ທີ, ມີຄວາມໜັກແໜ້ນເຂັ້ມແຂງ ໃນການຫັດແອບ ແລະ ການປະຕິ ບັດຕົວຈິງຍິງລູກປືນແທ້ຢ່າງ ຄ່ອງແຄ້ວ, ມີຄວາມອົດທົນໜຽວ ແໜ້ນຕໍ່ທຸກພາວະດິນຟ້າອາກາດ ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງ. ການຫັດແອບຍິງລູກປືນແທ້ ໃນຄັ້ງນີ້, ແມ່ນໄດ້ນໍາໃຊ້ປືນ (DKB) ໄລຍະຍິງ 7.406 ແມັດ, ຜ່ານການຫັດແອບຍິງຕົວ ຈິງສາມາດບັນລຸໄດ້ຕາມແຜນ ການ, ຄາດໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມປອດໄພໄດ້ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ