ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ປະດັບທຽບຊັ້ນນາຍທະຫານ ນັກຮຽນທີ່ຈົບວິຊາສະເພາະຈາກສາຍລັດ
ເວລາອອກຂ່າວ: 2021-12-03 09:21:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2021, ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດພິທີປະກາດການປະດັບ ທຽບຊັ້ນນາຍທະຫານ ນັກຮຽນທີ່ຮຽນຈົບວິຊາສະເພະຈາກສາຍລັດ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຈັນ ໂສລາ ວັນ ຫົວໜ້າຫ້ອງການເມືອງໂຮງ ຮຽນ, ມີຕາງໜ້າຄະນະພັກຮາກ ຖານຫ້ອງຕະຫຼອດຮອດພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນລໍ້າ ສີ ຈອມທອງ ຫົວໜ້າພະແນກພະ ນັກງານໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍ ການປະດັບທຽບຊັ້ນນາຍ ທະຫານນັກຮຽນທີ່ຮຽນຈົບວິ ຊາສະເພາະສາຍລັດ ແລະ ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ວ່າດ້ວຍ ອາ ຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະ ຫານ, ອີງຕາມການຄົ້ນຄວ້ານຳ ສະເໜີຂອງກົມພະນັກງານ ໃນ ນີ້, ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ ນັກຮຽນທີ່ຮຽນຈົບປະລິນຍາຕີ, ຊັ້ນສູງ ຈຳນວນ 8 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ນັກ ຮຽນ ທີ່ຮຽນຈົບຊັ້ນກາງ ຈຳນວນ 2 ສະຫາຍ. ສະຫາຍ ພັນເອກ ບຸນຈັນ ໂສ ລາວັນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດທີ່ແຕ່ລະສະຫາຍຍາດມາ ໄດ້, ພ້ອມທັງເນັ້ນໜັກໃຫ້ແຕ່ລະ ສະຫາຍເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນແໜ້ນໜາ, ປັບປຸງ ແບບແຜນວິທີເຮັດວຽກ ຍົກສູງ ຄວາມຮັບຜິດຊອບໃຫ້ສອດຄ່ອງ ກັບໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງໃນການເຝິກຝົນຫຼໍ່ ຫຼອມຕົນເອງໃນຮອບດ້ານ, ເພີ່ມ ທະວີຄວາມຮູ້ ຄວາມສາມາດ ເພື່ອ ປັບປຸງໃຫ້ໂຮງຮຽນກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ເອົາໃຈໃສ່ຍົກສູງຄຸນ ທາດການເມືອງ ມີຄວາມຊື່ສັດບໍ ລິສຸດຕໍ່ພັກຕໍ່ລັດເຊື່ອໝັ້ນຕໍ່ການ ນຳພາຂອງພັກ ແລະ ກົມກອງປະ ຕິບັດຂໍ້ນົດກົດລະບຽບຂອງກອງ ທັບ ແລະ ກົດໝາຍຂອງລັດ ໂດຍ ສະເພາະທາງດ້ານວຽກງານ 7 ລະບອບ 18 ວຽກ ຂອງກອງທັບ ໃຫ້ເຂັ້ມງວດ ແລະ ຕັ້ງໜ້າເຮັດ ວຽກງານວິຊາສະເພາະຂອງຕົນ ຕາມການຈັດຕັ້ງມອບໝາຍໃຫ້ ໄດ້ຮັບໝາກຜົນສູງ. ໂດຍ: ບຸນສີ ວົງສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ