ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 564 ສຳເລັດການຊ້ອມຮົບເສນາ-ບັນຊາ 01 ຂັ້ນຝ່າຍດຽວເທິງແຜນທີ່ ແລະ ພູມີປະເທດ
ເວລາອອກຂ່າວ: 2021-12-03 09:21:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1501 | ຄວາມນິຍົມ:



ກອງພັນ 564 ທີ່ຂຶ້ນກັບກອງ ພົນທີ 4 ສຳເລັດການຊ້ອມຮົບ ບັນຊາ-ເສນາ 01 ຂັ້ນຝ່າຍດຽວ ເທິງແຜນທີ່ ແລະ ພູມີປະເທດ ໃນຫວ່າງບໍ່ດົນ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າ ການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງ ພົນ, ຄະຊີ້ນຳຂັ້ນກອງພົນ, ອະນຸ ກຳມະການ, ຄະນະພັກ-ຄະນະ ບັນຊາກອງພັນ 564 ແລະ ພະ ນັກງານວິຊາການຂັ້ນພະແນກ ການ, ຕະຫຼອດຮອດພະນັກງານ ຫຼັກແຫຼ່ງກອງພັນ 564 ເຂົ້າ ຮ່ວມ. ສະຫາຍ ພັນໂທ ໂອຄຳ ສີສັງ ທອງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງພົນທີ 4 ໄດ້ສະຫຼຸບຕີລາຄາຜົນໄດ້ຮັບ ການຈັດຕັ້ງປະຕິບັດຊ້ອມຮົບບັນ ຊາ-ເສນາ 01 ຂັ້ນຝ່າຍດຽວເທິງ ແຜນທີ່ ແລະ ພູມີປະເທດ ໃຫ້ ຜູ້ບັນຊາຂັ້ນກອງພັນ 564 ສາ ມາດຕີລາຄາຜົນໄດ້ຮັບ: ຫັນພາ ວະກຽມພ້ອມສູ້ຮົບຈາກພາວະ ປົກກະຕິຂຶ້ນສູ່ພາວະເພີ່ມທະວີ ບັນລຸໄດ້ 90%, ຫັດແອບເທິງແຜນ ທີ່ບັນລຸໄດ້ 80%, ຫັດແອບພາ ວະກຽມພ້ອມສູ້ຮົບຈາກພາ ວະເພີ່ມທະວີຂຶ້ນສູ່ພາວະຄົບ ຖ້ວນບັນລຸໄດ້ 85%, ມອບໝາຍ ໜ້າທີ່ເທິງແຜນຮູບປັ້ນຈຳລອງ ບັນລຸໄດ້ 80%. ທັງນີ້ ກໍເພື່ອເຮັດ ໃຫ້ຜູ້ບັນຊາແຕ່ລະຂັ້ນ, ແຕ່ລະສະ ຫາຍໃນກົມກອງໄດ້ເຝິກແອບ ຮ່ຳຮຽນເປັນປົກກະຕິຕໍ່ເນື່ອງ, ມີ ຄວາມຊຳນານ, ຄ່ອງແຄ້ວ ກຳ ແໜ້ນໄດ້ທິດສະດີຫຼັກການໃນ ການນຳໃຊ້ພູມີປະເທດ ເພື່ອຮັບປະກັນວຽກງານກຽມພ້ອມສູ້ຮົບໃຫ້ມີປະສິດທິພາບສູງ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ