ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 403 ກອງພັນໃຫຍ່ 302 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-12-03 09:19:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2021, ກອງພັນ403 ທີ່ຂຶ້ນກັບກອງພັນ ໃຫຍ່ 302 ກອງພົນທີ 3 ໄດ້ຈັດ ຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2021 ໂດຍການເປັນປະ ທານຂອງສະຫາຍ ພັນໂທ ທອງ ຄືນ ສຸລິວັນ ຮອງຫົວໜ້າພະແນກ ເສນາທິການກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາກອງ ພັນ, ກອງຮ້ອຍ ແລະ ຂະແໜງ ການທີ່ກ່ຽວຂ້ອງ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ຜ່ານການອົບຮົມ- ຫັດແອບ ມາເປັນເວລາ 120 ວັນ ມີພະນັກ ງານ-ນັກຮົບ ເຂົ້າຮ່ວມອົບຮົມ-ຫັດແອບ 112 ສະຫາຍ, ການຍິງ ປືນໃນຄັ້ງນີ້ແມ່ນບົດອາຊຽນ, ຍິງປືນກົນມື AKM (ອາກາ ແອັມ) ຍິງທຳລາຍເບ້ຍ 10 ເປົ້າ ໝາຍຈັດຕັ້ງຍິງເປັນທີມ, ທີມລະ 4 ສະຫາຍ ຜ່ານການຍິງເປົ້າ ໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ສາມາດສະຫຼຸບຜົນໄດ້ຮັບຄື: ຂັ້ນເກັ່ງມີ 36 ສະຫາຍ ເທົ່າກັບ 32,14%, ຂັ້ນດີ 52 ສະຫາຍ ເທົ່າກັບ 46,42%, ຄາດໝາຍ 20 ສະຫາຍ ເທົ່າກັບ 17,58% , ຄະແນນລວມ 137,99 ຄະແນນ ສະເລ່ຍບັນລຸໄດ້ 120,14%, ຕີ ລາຄາການອົບຮົມປະຕິບັດຍິງ ເປົ້າໝາຍດ້ວຍລູກປືນແທ້ກົມ ກອງສາມາດບັນລຸໄດ້ຕາມຄາດ ໝາຍ. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ