ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ກໍາປູເຈຍ
ເວລາອອກຂ່າວ: 2021-12-03 09:11:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 337 | ຄວາມນິຍົມ:



ໃນວັນທີ 30 ພະຈິກ 2021 ທີ່ກະຊວງປ້ອງກັນປະເທດແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ມີ ການພົບປະແບບພິເສດ (ບໍ່ເປັນ ທາງການ) ລະຫວ່າງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະ ເທດ ແຫ່ງ ສປປ ລາວ ກັບ ທ່ານ ພົນເອກ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໂອກາດນີ້, ທ່ານ ພົນເອກ ເຕຍບັນ ໄດ້ກ່າວຍິນດີຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກອງທັບປະ ຊາຊົນລາວ ເຊິ່ງນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ສະແດງຄວາມຂອບໃຈທີ່ ທ່ານໄດ້ຍາດເວລາມາພົບປະ, ເຖິງວ່າການພົບປະບໍ່ເປັນທາງ ການກໍຕາມ ແຕ່ສຸດທີ່ມີຄວາມ ໝາຍສໍາຄັນຍິ່ງ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ ປະຊາຊົນລາວ ຂໍຝາກຄວາມຢື້ ຢາມຖາມຂ່າວດ້ວຍຄວາມຮັກ ແພງ, ສະໜິດສະໜົມ ມາຍັງນາຍ ແລະ ພົນທະຫານກອງທັບແຫ່ງ ຣາຊະອານາຈັກ ກໍາປູເຈຍ ທຸກ ທົ່ວໜ້າຖານເພື່ອນມິດ, ສະຫາຍ ອ້າຍນ້ອງບ້ານໃກ້, ເຮືອນຄຽງ ທີ່ດີມາແຕ່ດຶກດໍາບັນ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສໍາເລັດຂອງການພັດທະນາ ຢ່າງໄວວາຂອງຣາຊະອານາຈັກ ກໍາປູເຈຍ. ສອງຝ່າຍໄດ້ຍົກໃຫ້ເຫັນ ມູນເຊື້ອຄວາມສາມັກຄີ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຂອງ ປະຊາຊົນ 2 ຊາດ, 2 ກອງທັບ ລາວ-ກໍາປູເຈຍ ເຊິ່ງພວກເຮົາ ຈະຕ້ອງໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງ ກ່າວໄວ້ໃຫ້ຮຸ່ນລູກ, ຮຸ່ນຫຼານໄດ້ ສືບທອດຕໍ່ ໄປ, ໃນນີ້ ກອງທັບ ຂອງ 2 ປະເທດ ຕ້ອງໄດ້ເປັນ ຫຼັກແຫຼ່ງ. ໃນໂອກາດພົບປະຄັ້ງນີ້, ທັງ ສອງຝ່າຍໄດ້ປຶກສານໍາກັນບາງ ບັນຫາສຳຄັນ ດັ່ງນີ້: ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ ແທນຂອງ 2 ກອງທັບ (ຖ້າຫາກ ໂຄວິດ-19 ຫຼຸດຜ່ອນ) ຢ່າງໜ້ອຍ ໃຫ້ໄດ້ 2 ຄະນະ, ລວມທັງການ ແລກປ່ຽນການໄປສະແດງຂອງ ກອງສິລະປະກອນກອງທັບ ເພື່ອ ສະແດງໃຫ້ເຫັນເຖິງຄວາມສາ ມັກຄີ, ຄວາມສະໜິດສະໜົມ ຂອງສອງກອງທັບ ລາວ-ກຳ ປູເຈຍ, ສະເໜີສ້າງຕັ້ງສູນປະ ຕິບັດງານຮ່ວມຢູ່ຊາຍແດນຮັກ ສາຄວາມສະຫງົບຕາມຊາຍ ແດນ ລາວ-ກໍາປູເຈຍ ແລະ ບັນ ຫາອື່ນໆຈຳນວນໜຶ່ງ ໃນຕອນທ້າຍ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງ ໄດ້ເຊີນ ທ່ານ ພົນເອກ ສົມເດັດ ປີໄຈເສນາ ເຕຍບັນ ພ້ອມດ້ວຍ ຄະນະເດີນທາງໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ