ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳພັກ-ລັດວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ ສະຫລອງວັນຊາດ ທີ 2 ທັນວາ
ເວລາອອກຂ່າວ: 2021-12-01 13:44:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 1 ທັນວາ 2021 ການນຳພັກ-ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດ ສະ ຫລອງວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 101 ປີ. ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫລັງສຳເລັດການວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ