ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຈັດຕັ້ງຫົວໜ້າພະແນກ, ຮອງພະແນກ ນໍ້າມັນເຊື້ອໄຟ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2021-12-01 08:55:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ວັນທີ 30 ພະຈິກ 2021 ນີ້, ໄດ້ປະກາດການຈັດຕັ້ງຂັ້ນຫົວ ໜ້າພະແນກ, ຮອງພະແນກ ນໍ້າ ມັນເຊື້ອໄຟ ຂອງຫ້ອງການບໍລິ ຫານ ກົມໃຫຍ່ການເມືອງກອງ ທັບ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບ, ມີຕາງໜ້າຄະນະກົມນໍ້າມັນ ເຊື້ອໄຟ, ຫົວໜ້າຫ້ອງການບໍລິ ຫານ, ພະແນກການທີ່ກ່ຽວຂ້ອງພ້ອມດ້ວຍຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກ ພະນັກງານຫ້ອງການເມືອງ ກມທ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການ ແຕ່ງຕັ້ງຂັ້ນຫົວໜ້າພະແນກ, ຮອງ ພະແນກນໍ້າມັນເຊື້ອໄຟ ທີ່ຂຶ້ນກັບ ຫ້ອງການບໍລິຫານ ກມທ, ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ( ສະບັບປັບ ປຸງ ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍ ການ ແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະ ກອບອາວຸດໃຫ້ເຂັ້ມແຂງ ໜັກ ແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກົມໃຫຍ່ ການເມືອງກອງທັບ ໄດ້ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ສົມຈິດ ພຸດທະວົງ ເປັນຫົວໜ້າພະແນກ ນໍ້າມັນເຊື້ອໄຟ ແລະ ສະຫາຍ ພັນ ຕີ ຟອງສະໝຸດ ຈັນທະມາລາ ເປັນຮອງພະແນກນໍ້າມັນເຊື້ອໄຟ ກົມໃຫຍ່ການເມືອງກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບຸນເຫຼືອ ໄຊຍະເພັນ ໄດ້ໂອ້ ລົມ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນ ເອງຢ່າງຮອບດ້ານ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຄື່ອນໄຫວວຽກງານຕ້ອງ ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕເປັນໝູ່ຄະນະ, ມີ ຄວາມເປັນເອກະພາບກັນໃນ ທຸກຂົງເຂດວຽກງານ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ ແລະ ປະກອບສ່ວນເຂົ້າໃນ ການປັບປຸງກໍ່ສ້າງກົມກອງໃຫ້ມີ ຄວາມໜັກແໜ້ນ ເຂັ້ມແຂງ ເທື່ອ ລະກ້າວ. ໂດຍ: ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ