ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການ ທະຫານແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ທະຫານແຂວງເຊກອງ
ເວລາອອກຂ່າວ: 2021-11-30 08:43:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 581 | ຄວາມນິຍົມ:



ວັນທີ 26 ພະຈິກ 2021 ນີ້, ສະຫາຍ ພັນເອກ ພິເສດ ຫງວຽນ ຕວ໋ຽນເຈືອງ ຫົວໜ້າໜ່ວຍງານ ຂຸດຄົ້ນອັດຖິ 192 ພ້ອມດ້ວຍຄະ ນະ, ໄດ້ຕາງໜ້າໃຫ້ກອງບັນຊາ ການ ທະຫານແຂວງ ເທື່ອທຽນ ເຫ້ວ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາ ການທະຫານແຂວງເຊກອງ, ໂດຍໃຫ້ກຽດການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ທັງເປັນຫົວໜ້າຄະນະປະຕິບັດ ງານພິເສດແຂວງເຊກອງ, ມີຄະ ນະພັກ-ຄະນະບັນຊາ, ພ້ອມດ້ວຍ ພະແນກການທີ່ກ່ຽວຂ້ອງ ເຂົ້າ ຮ່ວມ. ການມາຢ້ຽມຢາມ ແລະ ເຮັດ ວຽກຂອງຫົວໜ້າໜ່ວຍງານ ຂຸດຄົ້ນອັດຖິ 192 ກອງບັນ ຊາການທະຫານແຂວງເທື່ອ ທຽນເຫວ້ ສສ ຫວຽດນາມ ໃນ ຄັ້ງນີ້້, ແມ່ນໄດ້ພົບປະແລກປ່ຽນ ປຶກສາຫາລືເອກະພາບແຜນການ ແລະ ສະຫຼຸບຕີລາຄາຄືນຜົນສຳ ເລັດຂອງການຈັດຕັ້ງປະຕິບັດ ໃນໄລຍະ ສົກປີ 2019-2021 ຜ່ານມາເຫັນວ່າ: ທັງສອງຝ່າຍໄດ້ພ້ອມກັນຮ່ວມມືຍົກສູງຄວາມຮັບຜິດຊອບເຂົ້າໃນການຊອກຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢ່າງຕັ້ງ ໜ້າ, ໂດຍມອບໃຫ້ແຕ່ລະພາກ ສ່ວນ ກໍຄືອໍານາດການປົກຄອງ ແຕ່ລະບ້ານຈຸດສຸມ, ພ້ອມກັນໂຄ ສະນາເຜີຍແຜ່ບັນດາແຜນນະໂຍ ບາຍຂອງພັກ-ລັດ, ກ່ຽວກັບການ ຂຸດຄົ້ນອັດຖິຢູ່ບັນດາໝູ່ບ້ານ, ກຸ່ມ ບ້ານ, ຊອກຖາມຜູ້ເຖົ້າຜູ້ແກ່ອາວຸ ໂສ, ຕະຫຼອດຮອດອົງການຈັດ ຕັ້ງຮາກຖານທ້ອງຖິ່ນ ແລະ ສ່ວນ ບຸກຄົນໃຫ້ມີສ່ວນຮ່ວມຊ່ວຍສະ ໜອງຂໍ້ມູນເພື່ອເປັນການເສີມ ສ້າງກໍາລັງແຮງສັງລວມໃນ ການເກັບກໍາຂໍ້ມູນຫຼຸມຝັງສົບອັດ ຖິ ເພື່ອແນໃສ່ຊອກຫາເປົ້າໝາຍ ແລະ ຮ່ອງຮອຍຂອງທະຫານອາ ສາສະໝັກທີ່ເສຍຊີວິດ, ພິເສດ ແມ່ນຢູ່ເຂດຫ່າງໄກສອກຫຼີກທຸ ລະກັນດານ, ເຊິ່ງສາມາດບັນລຸ ໄດ້ຢ່າງຖືກຕ້ອງຕາມເປົ້າໝາຍ ທີ່ວາງໄວ້, ແຕ່ເຖິງຢ່າງໃດກໍຕາມ ລະຫວ່າງສອງຊາດ, ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ກໍຄືປະເທດອ້າຍນ້ອງ, ເວົ້າ ລວມ-ເວົ້າສະເພາະແມ່ນກອງ ບັນຊາການທະຫານແຂວງເຊ ກອງ ແລະ ກອງບັນຊາການທະ ຫານແຂວງເທື່ອທຽນເຫ້ວ ແມ່ນ ຈະໄດ້ພ້ອມກັນແກ້ໄຂ ແລະ ສືບ ຕໍ່ປະຕິບັດພາລະກິດປະກອບສ່ວນ ຊ່ວຍເຫຼືອ ແລະ ອຳນວຍຄວາມ ສະດວກເຂົ້າໃນການຂຸດຄົ້ນຊອກ ຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມໃນ ສົກປີ 2021-2022 ນີ້, ໃຫ້ໄດ້ ຮັບຜົນດີຕາມທີ່ສອງຝ່າຍໄດ້ກໍາ ນົດໄວ້ໃຫ້ປະກົດຜົນເປັນຈິງ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ພິເສດ ຫງວຽນ ຕວ໋ຽນ ເຈືອງ ຫົວໜ້າໜ່ວຍງານຂຸດຄົ້ນ ອັດຖິ 192 ພ້ອມດ້ວຍຄະນະ, ຍັງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງໃຫ້ກອງບັນຊາການ ທະຫານແຂວງເຊກອງ, ໂດຍ ແມ່ນ ສະຫາຍ ພົນຈັດຕະວາ ສົມ ທອງ ດອນກັນນ້ອຍ ພ້ອມດ້ວຍຄະນະເປັນກຽດກ່າວຮັບເຄື່ອງ ດັ່ງກ່າວຢ່າງສົມກຽດ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ