ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 605 ປະກາດການເລື່ຶອນຊັ້ນ-ທຽບຊັ້ນ ໃຫ້ນາຍທະຫານ ແລະ ປະກາດການແຕ່ງຕັ້ງໜ້າທີ່ຈຳນວນໜຶ່ງ
ເວລາອອກຂ່າວ: 2021-11-30 08:42:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2021 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງ ປະກາດການເລື່ອນຊັ້ນ-ເລື່ອນ ທຽບຊັ້ນໃຫ້ນາຍທະຫານ ແລະ ປະກາດການແຕ່ງຕັ້ງໜ້າທີ່ໃຫ້ ນາຍທະຫານຈຳນວນໜຶ່ງ, ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາ ວົງ ຫົວໜ້າການເມືອງ, ສະ ຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານ, ມີຄະນະ ພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານ-ນັກ ຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ທອງສອນ ທຳ ມະວົງ ຊ່ວຍວຽກຂະແໜງພະນັກ ງານກອງພັນໃຫຍ່ 605 ໄດ້ຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ແລະ ກົມໃຫຍ່ການເມືອງ ກອງທັບວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະ ຫານ ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ (ສະ ບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ທະຫານຢູ່ກອງພັນໃຫຍ່ 605 ຈຳນວນ 62 ສະຫາຍ, ໃນນີ້, ມີນາຍທະຫານໄດ້ຮັບການເລື່ອນ ຊັ້ນ-ເລື່ອນທຽບຊັ້ນຈາກ ຮ້ອຍ ເອກ ຂຶ້ນ ພັນຕີ ຈຳນວນ 17 ສະ ຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຈາກ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳ ນວນ 23 ສະຫາຍ, ເລື່ອນຊັ້ນ- ເລື່ອນທຽບຊັ້ນຈາກ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 11 ສະຫາຍ ແລະ ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຈາກ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 11 ສະຫາຍ, ໂອກາດດຽວກັນນີ້, ກໍຍັງໄດ້ຜ່ານຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການຕົກລົງແຕ່ງຕັ້ງໜ້າທີ່ຮັບຜິດ ຊອບວຽກງານພະລາທິການ ກອງ ພັນທີ 1 ກອງພັນໃຫຍ່ 605, ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ (ສະບັບປັບ ປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍ ການແຕ່ງ ຕັ້ງຍົກຍ້າຍນາຍທະຫານ. ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ລິນທອງ ອິນທະວົງ ເປັນຮອງ ຮັບຜິດຊອບວຽກງານພະລາທິ ການ ກອງພັນທີ 1 ກອງພັນໃຫຍ່ 605, ແຕ່ງຕັ້ງ ສະຫາຍ ພັນຕີ ຕຸດໄຊ ໃຈຄຳພອນ ຂຶ້ນເປັນຊ່ວຍວຽກຂະແໜງຜະລິດກະສິກຳພະແນກພະລາທິການ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສີພອນ ພີມ ມະສີ ເປັນຫົວໜ້າມວດລ້ຽງສັດ ຂະແໜງຜະລິດກະສິກຳ ພະແນກ ພະລາທິການກອງພັນໃຫຍ່ 605. ໂອກາດດັ່ງກ່າວນີ້, ສະຫາຍ ພັນເອກ ບົວຄຳ ສາມາວົງ ໄດ້ໂອ້ ລົມ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ ແລະ ຮັບໜ້າ ທີ່ໃໝ່ໃນຄັ້ງນີ້, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ ຂອງຕົນ, ເປັນແບບຢ່າງໃນການ ປະຕິບັດໜ້າທີ່ວຽກງານ, ສືບຕໍ່ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດ-ສິນທຳປະຕິວັດ, ປັບປຸງ ແບບແຜນວິທີເຮັດວຽກ-ແບບ ແຜນດຳລົງຊີວິດໃຫ້ສອດຄ່ອງ ມີຄວາມສາມັກຄີພາຍໃນ-ພາຍ ນອກໃຫ້ແໜ້ນແຟ້ນ. ຂ່າວ: ໝູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ