ກອງພັນ 565 ສໍາເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-11-30 08:39:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 824 | ຄວາມນິຍົມ:
ວັນທີ 24 ພະຈິກຜ່ານມາ, ກອງພັນ 565 ກອງພົນທີ 5 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍ
ດ້ວຍລູກປືນແທ້ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ສົມປອງ ວົງສີທອງ ຫົວໜ້າ ການທະຫານກອງພັນ 565, ມີຄະນະພັກ-ຄະນະບັນຊາ, ພະ ແນກການ, ຄູ-ອາຈານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນປອນ
ເມກສະຫັວນ ຮອງຫົວໜ້າການ ທະຫານ ກອງພັນ 565 ໄດ້ຜ່ານ
ແຜນການຫັດແອບຍິງເປົ້າໝາຍ
ດ້ວຍລູກປືນແທ້ຢູ່ພາກສະໜາມ
ຕົວຈິງ, ເຊິ່ງເປັນການປະຕິບັດ ຕາມແຜນການອົບຮົມ-ຫັດແອບ
ປະຈຳປີ 2021, ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດທາງ
ດ້ານສິລະປະຍຸດ-ຍຸດທະວິທີ
ໃຫ້ພະນັກງານ-ນັກຮົບມີຄວາມ ຊຳນານ, ຄ່ອງແຄ້ວກຳແໜ້ນໄດ້ ທິດສະດີຫຼັກການໃນການນຳໃຊ້ອາວຸດຍຸດໂທປະກອນ ເພື່ອຮັບປະກັນການດັບສູນເປົ້າໝາຍມີ ປະສິດທິພາບສູງ. ສໍາລັບການ ຫັດແອບຍິງເປົ້າໝາຍດ້ວຍລູກ ປືນແທ້ໃນຄັ້ງນີ້ມີຈຳນວນພົນ ເຂົ້າຮ່ວມທັງໝົດ 150 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຍິງເປົ້າ ໝາຍຕົວຈິງ ສາມາດຕີລາຄາໄດ້ ຄື: ຂັ້ນເກັ່ງ 20 ສະຫາຍ, ຂັ້ນ
ກາງ 32 ສະຫາຍ ແລະ ຮັບປະກັນ ຄວາມປອດໄພ 100%.
ໂດຍ: ໄຊຍະພອນ ທິບພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ