ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ-ຮັບຟີມຮູບເງົາ 70 ປີ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບພາຍໃຕ້ການນຳພາຂອງພັກ
ເວລາອອກຂ່າວ: 2019-01-16 13:05:29 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218970 | ຄວາມນິຍົມ:



ວັນທີ 11 ມັງກອນ 2019 ນີ້, ກົມໂຄສະນາອົບຮົມກົມໃຫຍ່ ການເມືອງກອງທັບປະຊາຊົນ ຫວຽດນາມໄດ້ມອບຟີມຮູບເງົາ ມູນເຊື້ອ 70 ປີການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບ ພາຍ ໃຕ້ການນຳພາຂອງພັກໃຫ້ກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີ ສະຫາຍ ຫງວຽນ ແທ່ງຕຸງ ຮອງເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ພັນເອກ ຕ່າວ ວັນ ທ້າຍ ທີ່ປຶກສາທູດປ້ອງກັນຊາດ ກອງທັບປະຊາຊົນຫວຽດນາມ ປະຈຳລາວ, ມີບັນດາຄະນະນຳ ກົມ, ກອງ, ຫ້ອງການ, ທີມງານ ສ້າງຟີມຮູບເງົາລາວ-ຫວຽດ ນາມ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍພົນຈັດຕະວາ ຫງວຽນວັນຕິນ ຮອງຫົວໜ້າກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດ ນາມ ໄດ້ຂຶ້ນກ່າວມອບຟີມຮູບ ເງົາມູນເຊື້ອ 70 ປີ ການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບພາຍ ໃຕ້ການນຳພາຂອງພັກ ເຊິ່ງກ່າວ ຮັບໂດຍສະຫາຍພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວ ໜ້າກົມໂຄສະນາອົບໂຮມ ກົມ ໃຫຍ່ການເມືອງກອງທັບປະຊາ ຊົນລາວ. ໂອກາດນີ້ຕາງໜ້າໃຫ້ກົມໂຄ ສະນາອົບຮົມກົມໃຫຍ່ການເມືອງ ກອງທັບ, ກະຊວງປ້ອງກັນປະ ເທດ ກໍຄືພະນັກງານ-ນັກຮົບ ກອງທັບປະຊາຊົນລາວສະຫາຍ ພົນຈັດຕະວາ ສາຍສະໝອນ ສະ ຫຼັບແສງ ໄດ້ກ່ວສະແດງຄວາມ ຂອບອົບຂອບໃຈ, ຮູ້ບຸນຄຸນຢ່າງ ເລິກເຊິ່ງຕໍ່ກະຊວງປ້ອງກັນປະ ເທດ ໂດຍສະເພາະແມ່ນກົມໂຄສະ ນາອົບຮົມກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ອ້າຍນ້ອງທີ່ໃຫ້ການຊ່ວຍເຫຼືອ ສ້າງຟີມຮູບເງົາມູນເຊື້ອໃຫ້ແກ່ ກອງທັບປະຊາຊົນລາວ ພິເສດ ຂໍ ສະແດງຄວາມຂອບອົກຂອບໃຈ ຕໍ່ຄະນະອຳນວຍການ ແລະພະ ນັກງານງານວິຊາການສ້າງຟີມ ຮູບເງົາກອງທັບປະຊາຊົນຫວຽດ ນາມອ້າຍນ້ອງທີ່ໄດ້ມີຄວາມພະ ຍາຍາມເອົາໃຈໃສ່ເຄື່ອນໄຫວປະ ຕິບັດໜ້າທີ່ຖ່າຍທຳ, ຕັດຕໍ່ສ້າງ ຟີມຮູບເງົາມູນເຊື້ອ 70 ປີກອງ ປະຊາຊົນລາວໃນຄັ້ງນີ້ມີຜົນສຳ ເລັດອັນຈົບງາມທີ່ມີຄວາມສຳຄັນ ຫລາຍເປັນການປະກອບສ່ວນ ໂດຍກົງ ໃນການປັບປຸງກໍ່ສ້າງ ກອງທັບປະຊາຊົນລາວໃນຂົງ ເຂດວຽກງານໂຄສະນາສຶກສາ ອົບຮົມການເມືອງ-ແນວຄິດ, ທັງເປັນການຈັດຕັ້ງປະຕິບັດເນື້ອ ໃນສັນຍາ, ອະນຸສັນຍາ ການ ຮ່ວມມືຊ່ວຍເຊິ່ງກັນ ແລະກ ັນໃນ ຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ໂດຍສະເພາະບົດ ບັນທຶກຊ່ວຍຈຳລະຫວ່າງສອງ ກົມໃຫຍ່ການເມືອງກອງທັບພວກ ເຮົາ ນອກນີ້ຍັງເປັນການປະກອບ ສ່ວນເຂົ້າໃນການຮັດແໜ້ນຄວາມ ສາມັກຄີພິເສດທີ່ເປັນມູນເຊື້ອລະ ຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ- ລາວໃຫ້ແໜ້ນແຟ້ນເລິກເຊິ່ງອີກ ດ້ວຍ. ໃນໂອກາດດຽວກັນນີ້ຍັງໄດ້ ມອບ-ຮັບເຄື່ອງຮັບໃຊ້ຫ້ອງການ ເຊິ່ງມີເຄື່ອງຄອມພິວເຕີຕັ້ງໂຕະ ຈຳນວນ 35 ຊຸດ, ຈໍໂປເຈັກເຕີ 25 ເຄື່ອງພ້ອມດ້ວຍ USB, ຮາດ ດິດຈຳນວນໜຶ່ງທີ່ໄດ້ຮັບການ ຊ່ວຍເຫຼືອຈາກກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດ ນາມໃຫ້ແກ່ໂຮງຮຽນທິດສະດີ ການເມືອງກອງທັບປະຊາຊົນ ລາວ ເຊິ່ງຕາງໜ້າກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດ ນາມ ມອບໂດຍສະຫາຍພັນເອກ ຫງວຽນວັນຖາຍ ທີ່ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ກ່າວ ຮັບ ໂດຍສະຫາຍພົນຈັດຕະວາ ສາຍສະ ໝອນ ສະຫຼັບແສງ, ຫົວໜ້າກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບປະຊາ ຊົນລາວ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ