ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວາງສີລາລຶກໂຄງການກໍ່ສ້າງຫ້ອງການປະສານງານ ປກສ ກຸ່ມຫຼັງຄັງ ເມືອງບົວລະພາແຂວງຄຳມ່ວນ
ເວລາອອກຂ່າວ: 2021-11-30 08:36:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:



ວັນທີ 23 ພະຈິກ 2021 ຫ້ອງການ ປກສ ບໍລິການ ປະຊາ ຊົນກຸ່ມຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີວາງ ສີດາລຶກໂຄງການ ກໍ່ສ້າງຫ້ອງ ການປະສານງານ ປກສ ກຸ່ມ ຫຼັງຄັງ ໂດຍການເຂົ້າຮ່ວມມີ ສະຫາຍ ພັນໂທ ຄຳສິງ ນົນ ທະສອນ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງຄຳມ່ວນ, ສະຫາຍ ພັນເອກ ເລ ວັນ ຮວາ ຮອງຫົວໜ້າກອງບັນຊາການ ຕຳຫຼວດ ແຂວງກວາງບິງ ແລະ ສະຫາຍ ຫງວຽນ ແທັງ ຮວານ ປະທານບໍລິສັດ ກໍ່ສ້າງ ແທ້ງຮຸຍ ຈຳກັດ, ມີບັນດາຄະນະຫ້ອງ ອ້ອມຂ້າງ, ຄະນະກອງບັນຊາ ການ ປກສ ເມືອງທີ່ມີຊາຍແດນ ຕິດຈອດກັນສອງ ແຂວງຄຳ ມ່ວນ-ກວາງບິງ, ອຳນາດການ ປົກຄອງບ້ານ, ແຂກຖືກເຊີນຕະ ຫຼອດຮອດພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ເລ ວັນຮວາ ໄດ້ກ່າວວ່າ: ໂດຍປະຕິບັດຕາມ ແນວທາງຂອງກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຊ່ວຍ ເຫຼືອປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫ້ອງການບ່ອນປະຈຳການຢູ່ ບັນດາກຸ່ມບ້ານທີ່ມີຊາຍແດນ ຕິດຈອດກັນກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ ຈຶ່ງໄດ້ ປະສານສົມທົບກັບກອງບັນຊາ ການ ປກສ ແຂວງຄຳມ່ວນ ລົງ ສຳຫຼວດພື້ນທີ່ກໍ່ສ້າງຕົວຈິງສຳ ເລັດ, ເຊິ່ງໄດ້ກຳນົດພື້ນທີ່ກໍ່ສ້າງ ຢູ່ແຂວງຄຳມ່ວນ ມີ 12 ກຸ່ມ ບ້ານ. ໃນນີ້, ຢູ່ເມືອງບົວລະພາ ມີ 10 ກຸ່ມບ້ານ ແລະ ເມືອງ ນາກາຍ 2 ກຸ່ມບ້ານ ເຊິ່ງການກໍ່ ສ້າງຫ້ອງການ ປກສ ກຸ່ມຫຼັງຄັງ ເມືອງບົວລະພາ ເປັນຫຼັງທຳອິດ ຮູບແບບການກໍ່ສ້າງແມ່ນເປັນ ອາຄານເບຕົ່ງເສີມເຫຼັກ, ຮູບຊົງ ແມ່ນກຳນົດເອົາຕາມແບບກະ ຊວງຕຳຫຼວດຫວຽດນາມ ໄດ້ ກຳນົດໃຫ້ ໃນນັ້ນຈະມີຫ້ອງເຮັດ ວຽກ, ຫໍພັກ, ເຮືອນຄົວ ແລະ ຫ້ອງນ້ຳພ້ອມທັງຕິດຕັ້ງໄຟຟ້າ, ນ້ຳໃຊ້ຄົບຊຸດຄາດວ່າຈະສຳເລັດ ໃນໄວໆນີ້ ພ້ອມທັງຈະໄດ້ປະສານສົມທົບກັບບໍລິສັດກໍ່ສ້າງ ແລະ ກອງບັນຊາການ ປກສ ແຂວງຄຳມ່ວນເ ອົາໃຈໃສ່ຕິດ ຕາມກວດກາການກໍ່ສ້າງໃຫ້ມີ ຄຸນນະພາບສູງຖືກຕ້ອງຕາມ ແບບທີ່ວາງໄວ້. ສະຫາຍ ພັນໂທ ຄຳສິງ ນົນທະສອນ ໄດ້ກ່າວຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ການ ຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ ເຊິ່ງໄດ້ສະແດງເຖິິງ ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ກະ ຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງຕຳ ຫຼວດ ຫວຽດນາມ ແມ່ນຄວາມ ສາມັກຄີແບບພິເສດ ລາວ- ຫວຽດນາມ ໃຫ້ໝັ້ນຄົງທະນົງ ແກ່ນຊົ່ວກາລະນານ. ໂດຍ: ນີວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ