ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 16 ທະຫານ ແຂວງບໍ່ແກ້ວ ປິດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-11-30 08:35:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:



ພິທີປິດຊຸດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນເຝິກຝົນ ກຳລັງແຮງກາຍ ປະຈຳປີ 2021 ຂອງກອງຮ້ອຍ 16 ທະຫານ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021 ນີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທອງໄຂ ສີຍາ ລາດ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງບໍ່ ແກ້ວ, ມີຄະນະພັກ-ຄະນະບັນ ຊາກົມກອງ, ຕະຫຼອດຮອດພະ ນັກງານ ຫຼັກແຫຼ່ງກອງຮ້ອຍ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ສີທົນ ອວນຄະນະຈັກ ຫົວໜ້າການທະ ຫານກອງຮ້ອຍ 16 ໄດ້ສະຫຼຸບຕີ ລາຄາຜົນໄດ້ຮັບໃນການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2021 ທົ່ວກ້ອງຮ້ອຍ 16, ໂດຍໄດ້ ປະຕິບັດຕາມແຜນການຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມ ວ່າດ້ວຍ ການຈັດຕັ້ງປະຕິບັດ ອົບຮົມ-ຫັດແອບປັບປຸງລະບຽບ ແບບແຜນ ເຝິກຝົນກຳລັງແຮງ ກາຍປະຈຳປີ ໃຫ້ໄດ້ຮັບຜົນສູງ ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ຄະນະຮັບຜິດຊອບທີ່ກ່ຽວ ຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຄື່ອນໄຫວຊີ້ນຳໃກ້ຊິດ ຕິດແທດ ຢູ່ກົມກອງຂອງຕົນ ໃຫ້ຈັດຕັ້ງການອົບຮົມ-ຫັດແອບ ປະຈຳປີຢ່າງເປັນປົກກະຕິ ແລະ ເຂັ້ມງວດ, ເຮັດໃຫ້ນາຍ ແລະ ພົນທະຫານມີຄວາມຮູ້, ຄວາມ ສາມາດ ແລະ ກໍາໄດ້ທິດສະດີຫຼັກ ການ ທາງດ້ານສິລະປະຍຸດ-ຍຸດ ທະວິທີ ມີຄວາມຊຳນິຊຳນານ, ຮັບ ປະກັນໃນການກຽມພ້ອມສູ້ຮົບ ໃນສະເພາະໜ້າ ແລະ ຍາວນານ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມ ຕື່ນຕົວຕໍ່ການປະຕິບັດລະບຽບ ວິໄນຂອງກອງທັບຢ່າງເຂັ້ມ ງວດ, ຖືເອົາວຽກງານດັ່ງກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການເຝິກຝົນຫຼໍ່ຫຼອມ ແຮງກາຍຂອງພະນັກງານ-ນັກ ຮົບໃຫ້ມີສຸຂະພາບແຂງແຮງດີ, ຫ້າວຫັນຕໍ່ໜ້າທີ່ວຽກງານເຮັດ ສຳເລັດໜ້າທີ່ຕາມການຈັດຕັ້ງ ຂັ້ນເທິງມອບໝາຍ ແລະ ເຮັດ ໃຫ້ກົມກອງມີຜົນງານໃບໜ້າໃໝ່ ຂຶ້ນເປັນກ້າວໆ, ຜ່ານການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບ ສາມາດຕີລາຄາ: ພາກ ການເມືອງບັນລຸໄດ້ 86%, ພາກ ສິລະປະຍຸດ 82%, ພາກຍຸດ ທະວິທີ 82%, ພາກພາລາທິການ 81%, ພາກລະບຽບກິລາ 82%, ສາມາດຕີລາຄາຜົນການເຝິກ ແອບຮໍ່າຮຽນພາຍໃນກົມກອງ. ຂັ້ນເກັ່ງ 23 ສະຫາຍ, ກາງ 33 ສະຫາຍ ແລະ ຄາດໝາຍ 02 ສະຫາຍ. ທຽບໃສ່ແຜນການ ບັນລຸໄດ້ 82,6%. ໂດຍ: ຄາມ ສີວົງພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ