ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານປະເທດ ເນັ້ນ 6 ບັນຫາສໍາຄັນ ທີ່ເປັນແນວທາງ ໃຫ້ແກ່ຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XI
ເວລາອອກຂ່າວ: 2021-11-29 10:47:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 429 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດ ເປີດຂຶ້ນຢ່າງເປັນທາງ ການ ໃນວັນທີ 25-26 ພະຈິກ 2021 ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ ຫົວຂໍ້ ເສີມຂະຫຍາຍມູນເຊື້ອອັນ ດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງ ຊາດ, ເຕົ້າໂຮມກໍາລັງແຮງຂອງ ປະຊາຊົນທຸກຊັ້ນຄົນ, ປະກອບ ສ່ວນຢ່າງແຂງແຮງເຂົ້າ ໃນພາ ລະກິດປົກປັກຮັກສາ-ສ້າງສາ ປະເທດຊາດ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ. ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຈັດເປັນ ສອງຮູບແບບຄື: ຮູບແບບປົກກະ ຕິຢູ່ນະຄອນຫຼວງວຽງຈັນ ແລະ ຮູບແບບທາງໄກຢູ່ບັນດາແຂວງ ທົ່ວປະເທດ ເນື່ອງຈາກສະພາບ ການແຜ່ລະບາດຂອງພະຍາດ ໂຄວິດ-19, ໂດຍການເປັນປະ ທານກອງປະຊຸມຂອງທ່ານ ສິນ ລະວົງ ຄຸດໄພທູນ ກໍາມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາງສ້າງ ຊາດ; ເປັນກຽດເຂົ້າຮ່ວມໂດຍ ພະເຖລານຸເຖລະ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ ປະທານປະ ເທດ ແຫ່ງ ສປປ ລາວ, ມີບັນດາ ທ່ານການນຳພັກ-ລັດຂັ້ນສູງ, ອະ ດີດການນຳຂັ້ນສູງພ້ອມດ້ວຍຜູ້ ແທນ ແລະ ແຂກທີ່ຖືກເຊີນທັງ ໝົດທົ່ວປະເທດ 581 ທ່ານ, ພະ ສົງ 20 ອົງ ແລະ ເພດຍິງ 133 ທ່ານ, ໃນນີ້ມີແຂກຮັບເຊີນທັງ ໝົດ 229 ທ່ານ, ຍິງ 63 ທ່ານ. ກອງປະຊຸມໃຫຍ່ໄດ້ຄົ້ນຄ້ວາ ຢ່າງເລິກເຊິ່ງ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງທັງ 2 ພາກ ຂອງຄະນະກໍາມະການສູນ ກາງແນວລາວສ້າງຊາດ ສະໄໝ ທີ X ທີ່ສະເໜີໂດຍທ່ານປະທານ ສູນກາງແນວລາວສ້າງຊາດ ຕໍ່ ກອງປະຊຸມໃຫຍ່ ຄັ້ງທີ XI ເຊິ່ງ ໄດ້ຍົກໃຫ້ເຫັນຜົນງານ-ດ້ານດີ, ດ້ານອ່ອນ- ຂໍ້ຄົງຄ້າງ, ບົດຮຽນ ທີ່ຖອດຖອນໄດ້ ແລະ ທິດທາງ ແຜນການວຽກງານຈຸດສຸມ 5 ປີຕໍ່ໜ້າ ໂດຍມີ 5 ແຜນງານ 41 ໂຄງການ; ຮັບຟັງການລາຍງານ ກ່ຽວກັບການປັບປຸງກົດລະບຽບ ຂອງແນວລາວສ້າງຊາດ ສະໄໝ ທີ XI ເພື່ອເປັນແນວທາງໃນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກຈາກນັ້ນຍັງໄດ້ຮັບຟັງບົດ ປະກອບຄໍາຄິດຄໍາເຫັນຈາກຕາງ ໜ້າກະຊວງພາຍໃນ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ໂຄງການທົດລອງ ສ້າງຄອບຄົວ ແລະ ບ້ານສາມັກ ຄີປອງດອງຕິດພັນກັບການແກ້ ໄຂຄວາມທຸກຍາກ ຢູ່ເຂດຈຸດສຸມ 516 ເມືອງລ້ອງຊານ ແຂວງໄຊ ສົມບູນ ແລະ ຄອບຄົວຕົວແບບ. ກອງປະຊຸມໄດ້ຮັບຮອງເອົາ ການແຕ່ງຕັ້ງຄະນະກໍາມະການ ສູນກາງແນວລາວສ້າງຊາດ ສະ ໄໝທີ XI ຈໍານວນ 238 ທ່ານ. ໃນນີ້ ມີຕາງໜ້າອົງການ ອພສ 16 ອົງ, ເພດຍິງ 51 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກໄດ້ ເປັນເອກະສັນເລືອກເອົາທ່ານ ສິນລະວົງ ຄຸດໄພທູນ ກໍາມະ ການກົມການເມືອງສູນກາງ ພັກ ເປັນປະທານສູນກາງແນວ ລາວສ້າງຊາດ, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງ ພັກ, ທ່ານ ຈັນທະວົງ ແສນອາ ມາດມົນຕີ, ທ່ານ ເຍ່ຍເກີຢ່າ ໜໍຈໍ່ຈົງຕົວ, ທ່ານ ນາງ ສີພະຈັນ ນັນທະວົງສາ ແລະ ທ່ານ ດຣ. ຈັນເພັງ ສຸດທິວົງ ເປັນຮອງ ປະທານສູນກາງແນວລາວສ້າງ ຊາດ, ຮັບຮອງເອົາການແຕ່ງ ຕັ້ງຮອງປະທານສູນກາງແນວ ລາວສ້າງຊາດ ບໍ່ປະຈໍາການຈໍາ ນວນ 4 ທ່ານ, ຄະນະປະຈໍາສູນ ກາງແນວລາວສ້າງຊາດຈໍາ ນວນ 9 ທ່ານ ແລະ ປະທານ ກວດກາ 1 ທ່ານ. ໃນໂອກາດອັນສະຫງ່າລາສີ ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ ໃຫ້ກຽດໂອ້ລົມເພື່ອເປັນເຂັມທິດ ເຍືອງທາງແກ່ຄະນະກໍາມະການ ສູນກາງແນວລາວສ້າງຊາດ ສະ ໄໝທີ XI ເຊິ່ງກ່ອນອື່ນທ່ານໄດ້ ສະແດງຄວາມຊົມເຊີຍຕໍ່ການ ກະກຽມ ແລະ ຜົນສໍາເລັດຂອງ ກອງປະຊຸມ ແລະ ໄດ້ເນັ້ນ 6 ເນື້ອໃນສໍາຄັນດັ່ງນີ້: ໜຶ່ງ: ສືບ ຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດ ຂອງແນວລາວສ້າງຊາດ ໃນ ການເຕົ້າໂຮມຄວາມເປັນປຶກ ແຜ່ນຂອງຊາດ, ເຊີດຊູສະຕິເປັນ ເຈົ້າ ແລະ ຄວາມຮັບຜິດຊອບ ຂອງຄົນລາວ ຕໍ່ຊາຕາກໍາຂອງ ປະເທດຊາດ. ກ່ອນອື່ນໝົດຕ້ອງ ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ວຽກ ງານແນວໂຮມ ແລະ ວຽກງານ ມະຫາຊົນຂອງພັກ ໃນໄລຍະ ໃໝ່ໃຫ້ເລິກເຊິ່ງ ແລະ ກໍາໃຫ້ໄດ້ ທັດສະນະພື້ນຖານທີ່ວ່າ: “ພາ ລະກິດປະຕິວັດ ຍາມໃດກໍແມ່ນ ພາລະກິດຂອງມະຫາຊົນ ແລະ ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ວຽກງານມະຫາ ຊົນຂອງພັກ ແມ່ນວຽກງານສຶກ ສາອົບຮົມ, ເຕົ້າໂຮມຄວາມສາ ມັກຄີເປັນປຶກແຜ່ນ ແລະ ແມ່ນ ການເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ”. ສະນັ້ນແນວ ລາວສ້າງຊາດແຕ່ລະຂັ້ນຕ້ອງ ກໍາໃຫ້ໄດ້ແນວຄິດຈິດຕະສາດ, ວັດທະນະທໍາຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ, ຄວາມຕ້ອງການອັນແທ້ຈິງຂອງ ປະຊາຊົນ, ແຕ່ລະກຸ່ມຄົນ, ແຕ່ ລະສາຂາອາຊີບຂອງທຸກຊັ້ນຄົນ ໃນທົ່ວສັງຄົມ ເພື່ອເຕົ້າໂຮມ ຄວາມສາມັກຄີ ແລະ ສ້າງເປັນ ກໍາລັງແຮງສັງລວມ ເພື່ອປະຕິ ບັດແນວທາງ, ແຜນນະໂຍບາຍ ຂອງພັກ, ລັດຖະທໍາມະນູນ, ກົດ ໝາຍຂອງລັດ ແລະ ຮູ້ນໍາເອົາ ແຜນພັດທະນາເສດຖະກິດ-ສັງ ຄົມ ໃນແຕ່ລະໄລຍະໄປຈັດຕັ້ງ ຜັນຂະຫຍາຍ ແລະ ສຶກສາອົບ ຮົມໃຫ້ແທດເໝາະກັບຈຸດພິເສດ ຂອງແຕ່ລະຄົນ, ແຕ່ລະກຸ່ມຄົນ ແລະ ແຕ່ລະທ້ອງຖິ່ນ. ການສ້າງ ຄວາມສາມັກຄີປອງດອງແມ່ນ ໝາກຫົວໃຈສໍາຄັນ ເພື່ອຕ້ານ ແລະ ສະກັດກັ້ນຄວາມແຕກ ແຍກໃນສັງຄົມ ເພາະວ່າຄວາມ ແຕກແຍກໃນສັງຄົມມັນເປັນ ໄພອັນຕະລາຍຕໍ່ສະຖຽນລະ ພາບຂອງປະເທດຊາດ, ຕໍ່ຜົນປະ ໂຫຍດອັນຊອບທໍາຂອງປະຊາ ຊົນ. ດັ່ງນັ້ນ, ການສຶກສາອົບຮົມ ໃຫ້ປະຊາຊົນລາວທຸກຊົນເຜົ່າ ມີຄວາມສະໝານສາມັກຄີທີ່ ແໜ້ນແກ່ນ ເພື່ອສ້າງສະຕິຊາດ ທີ່ເປັນເອກະພາບ, ມີຄວາມຖະ ໜອມຫອມຮັກ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ. ຈາກຂະບວນ ການສ້າງບ້ານ ແລະ ຄອບຄົວ ສາມັກຄີປອງດອງ, ຂະບວນ ການພັດທະນາຊົນນະບົດໃໝ່ ຕິດພັນກັບການລຶບລ້າງຄວາມ ທຸກຍາກຂອງຄອບຄົວ, ຂອງ ບ້ານ, ຂອງເມືອງ, ຈຶ່ງຈະກາຍ ເປັນຊຸມຊົນທີ່ກ້າວໜ້າ, ພັດທະ ນາໄດ້, ເຮັດວຽກນີ້ໄດ້ດີເທົ່າໃດ ປະຊາຊົນເຮົາຈຶ່ງສາມາດປະ ລະໄດ້ຄວາມເຊື່ອຖືງົມງວາຍ, ຮີດຄອງປະເພນີຫຼ້າຫຼັງທີ່ເປັນ ການກົດໜ່ວງການພັດທະນາ ຊີວິດຄວາມເປັນຢູ່ທີ່ດີກວ່າ, ກ້າວໜ້າກວ່າຂອງປະຊາຊົນ ບັນດາເຜົ່າຂອງພວກເຮົາ. ສອງ: ສືບຕໍ່ຍົກລະດັບຄວາມສາມາດ ຂອງຄະນະກໍາມະການແນວ ລາວສ້າງຊາດຕໍ່ວຽກງານແນວ ໂຮມ ເປັນຕົ້ນໃນການນຳພາສຶກ ສາອົບຮົມ ແລະ ຍົກລະດັບ ຄວາມຕື່ນຕົວທາງການເມືອງ, ການເຂົ້າຮ່ວມການຄຸ້ມຄອງ, ການປະຕິບັດກົນໄກທາງການ ເມືອງ-ສັງຄົມຂອງລະບອບ ປະຊາທິປະໄຕ ປະຊາຊົນໃຫ້ ເຂັ້ມແຂງ, ຮັບປະກັນສິດເປັນ ເຈົ້າຂອງປະຊາຊົນ, ຄວາມເປັນ ປະຊາທິປະໄຕ ແລະ ຍຸດຕິທຳ ໃນສັງຄົມ ບົນພື້ນຖານທຸກໆ ແນວທາງນະໂນບາຍພັກ ລະ ບຽບກົດໝາຍຂອງລັດຕ້ອງ ໃຫ້ປະຊາຊົນຮູ້, ປະຊາຊົນປຶກ ສາຫາລື, ປະຊາຊົນເຂົ້າຮ່ວມ ປະຕິບັດ, ປະຊາຊົນກວດກາ ແລະ ປະຊາຊົນໄດ້ຮັບຜົນປະ ໂຫຍດ ເຮັດໄດ້ແນວນີ້, ຈຶ່ງເຮັດ ໃຫ້ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ດ້ວຍກົດໝາຍໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຖືກ ຕ້ອງ, ເກີດໝາກຜົນ ແລະ ເປັນ ຮູບປະທາໍຕົວຈິງ; ຕ້ານໄດ້ບັນ ດາປັດໄຈໜໍ່ແໜງ, ສວຍໃຊ້ສາ ສະໜາ, ບັນຫາສິດທິມະນຸດ, ບັນຫາປະຊາທິປະໄຕແບບຈອມ ປອມເຂົ້າມ້າງຄວາມສາມັກຄີ ປອງດອງຂອງປະຊາຊົນ ເພື່ອ ຫັນເອົາແນວຄິດຂອງຄົນລາວ ເຜົ່າຕ່າງໆໄປສູ່ຄວາມແຕກແຍກ, ແບ່ງຊັ້ນວັນນະ, ແບ່ງເຜົ່າ ແລະ ອື່ນໆ. ສາມ: ຕ້ອງຍົກສູງບົດ ບາດຕິດຕາມ, ກວດກາຂອງ ແນວລາວສ້າງຊາດໃຫ້ແຂງ ແຮງ ໂດຍຜ່ານຄໍາເຫັນ-ຄໍາສະ ເໜີຂອງປະຊາຊົນບັນດາເຜົ່າຕໍ່ ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກໃນແຕ່ລະໄລ ຍະ, ທັງຕິດຕາມ, ກວດກາການ ເຄື່ອນໄຫວຂອງອົງການອໍານາດ ລັດ ຂອງສູນກາງ ແລະ ທ້ອງ ຖິ່ນ, ເບິ່ງແຍງ່ດູແລ ແລະ ຕິດ ຕາມກວດກາການປະຕິບັດໜ້າທີ່ ຂອງຜູ້ທີ່ປະຊາຊົນເລືອກມາໃຫ້ ເປັນຜູ້ຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນນັ້ນວ່າ ເປັນຜູ້ບໍລິສຸດຜຸດຜ່ອງ ຫຼື ບໍ່, ເປັນຜູ້ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດ ແລະ ມີນໍ້າໃຈຮັບໃຊ້ ປະຊາຊົນ ຫຼື ບໍ່, ຖ້າເຫັນຜູ້ທີ່ດີ, ຜູ້ທີ່ເດັ່ນກໍຕ້ອງສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ຖືໄດ້ວ່າ ເປັນຜູ້ທີ່ປະຊາຊົນໃຫ້ຄວາມ ເຊື່ອໝັ້ນ, ເຄົາລົບນັບຖື. ແຕ່ຖ້າ ເຫັນຜູ້ທີ່ອ່ອນກໍຕອ້ງກໍ່ສ້າງຊ່ວຍ ເຫຼືອຕໍານິຕິຊົມໄດ້, ແຕ່ຖ້າເຫັນ ຜູ້ກະທໍາຜິດກໍສາມາດສະເໜີໃຫ້ ຜູ້ມີໜ້າທີ່, ມີສິດອໍານາດແກ້ໄຂ ຢ່າງທັນການ, ບໍ່ປະປ່ອຍໃຫ້ ເປັນຊ່ອງວ່າງໃຫ້ແກ່ຄົນບໍ່ດີ ເອົາເປັນຂໍ້ອ້າງ ເພື່ອສ້າງຄວາມ ແຕກແຍກໃນສັງຄົມເຮົາ... ພ້ອມດຽວກັນນີ້, ອົງການແນວ ລາວສ້າງຊາດຕ້ອງລົງຕິດຕາມ ເກັບກໍາຫາງສຽງ, ຄວາມມຸ່ງ ມາດປາຖະໜາ ທັງສັງລວມ ເອົາຄໍາຄິດຄໍາເຫັນ, ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ, ຕົວ ແທນຊັ້ນຄົນ, ສາສະໜາ, ນັກ ທຸລະກິດ ແລະ ຜູ້ປະກອບການ ເພື່ອສ່ອງແສງໃຫ້ອົງການຈັດ ຕັ້ງພັກ, ລັດ ແລະ ຂະແໜງການ ທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂສິ່ງ ທີ່ປະກົດເຫັນວ່າ ຈະສ້າງຄວາມ ເສຍຫາຍນັ້ນໃຫ້ທັນການ ແລະ ຖືກກາລະເທສະ. ນອກຈາກນັ້ນ, ແນວລາວສ້າງຊາດ ຍັງຕ້ອງປະ ຕິບັດບົດບາດເຂົ້າຮ່ວມໄກເ່ກຍ່, ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຕາມພາລະບົດບາດຂອງຕົນ ສີ່: ອົງການແນວໂຮມແຕ່ລະຂັ້ນສືບ ຕໍ່ປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງ ຕົນໃຫ້ຄ່ອງຕົວ ແລະ ສາມາດ ຮັບປະກັນປະສິດທິຜົນຂອງການ ປະຕິບັດໜ້າທີ່ການເມືອງ ເປັນ ຕົ້ນ: ກົນໄກການເຄື່ອນໄຫວເຮັດ ວຽກລະຫວ່າງຄະນະກໍາມະການ ສູນກາງແນວລາວສ້າງຊາດ ກັບ ແນວລາວສ້າງຊາດ ຂັ້ນທ້ອງ ຖິ່ນ-ຮາກຖານ; ກົນໄກການ ເຄື່ອນໄຫວເຮັດວຽກລະຫວ່າງ ແນວລາວສ້າງຊາດ ກັບບັນດາ ອົງການພາຄີ ອົງການແນວໂຮມ ແຕ່ລະຂັ້ນສືບຕໍ່ປັບປຸງແບບແຜນ ແລະ ກົນໄກການເຄື່ອນໄຫວ ເຮັດວຽກຂອງຕົນໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດ ທິຜົນຂອງການປະຕິບັດໜ້າທີ່ ການເມືອງເປັນຕົ້ນ: ກົນໄກການ ເຄື່ອນໄຫວເຮັດວຽກລະຫວ່າງ ຄະນະກໍາມະການສູນກາງແນວ ລາວສ້າງຊາດກັບແນວລາວ ສ້າງຊາດຂັ້ນທ້ອງຖິ່ນ-ຮາກ ຖານ; ກົນໄກການເຄື່ອນໄຫວ ເຮັດວຽກລະຫວ່າງແນວລາວ ສ້າງຊາດກັບບັນດາອົງການພາ ຄີ, ລັດຖະບານ ແລະ ອົງການ ເສນາທິການສູນກາງພັກ (ສະ ຖາບັນເສດຖະກິດ-ສັງຄົມແຫ່ງ ຊາດ). ເຮັດວຽກໃຫ້ສອດຄ່ອງ ກັນ, ທັງສ້າງກົນໄກປະສານ ງານ ເຊິ່ງກັນ ແລະ ກັນ, ຫາລື ຖອດຖອນບົດຮຽນ ແລະ ອາດ ຈະຕັ້ງຫົວຂໍ້ສໍາມະນາແລກປ່ຽນ ຄໍາເຫັນກັນເປັນແຕ່ລະກໍລະນີ, ຖ້າເຮັດໄດ້ແນວນີ້, ຈະຊ່ວຍໃຫ້ ການນໍາພາຂອງພັກ, ການບໍລິ ຫານລັດຂັ້ນຕ່າງໆມີຄວາມສະ ໜັບສະໜູນຊ່ວຍເຫຼືອ ແລະ ຢືນ ຢູ່ຄຽງຂ້າງພັກ, ລັດເຮົາ ແລະ ປະຊາຊົນຢ່າງເປັນປຶກແຜ່ນ. ຫ້າ: ຄະນະກໍາມະການສູນກາງ ແນວລາວສ້າງຊາດຊຸດໃໝ່ທີ່ ໄດ້ຮັບຮອງເອົານີ້ ເພີ່ມທະວີ ຄວາມສາມັກຄີພາໃນ ແລະ ເຮັດວຽກຮ່ວມມືສາກົນ ແລະ ເປີດກວ້າງສາຍພົວພັນການທູດ ປະຊາຊົນ ຕາມແນວທາງການ ຕ່າງປະເທດຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການ ແນວໂຮມ ແລະ ອົງການຈັດຕັ້ງ ປະຊາຊົນຂອງປະເທດເພື່ອນ ມິດທີ່ມີມູນເຊື້ອ, ປະເທດເພື່ອນ ບ້ານໃກ້ຄຽງ, ປະເທດເພື່ອນ ມິດອື່ນໆ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະ ໜູນຊ່ວຍເຫຼືອປະກອບສ່ວນເຂົ້າ ໃນໂຄງການພັດທະນາເສດຖະ ກິດ-ສັງຄົມຢູ່ປະເທດເຮົາ. ສໍາ ລັບແນວລາວສ້າງຊາດຂັ້ນທ້ອງ ຖິ່ນ ຕ້ອງໄດເ້ພີ່ມທະວີສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ກັບປະຊາຊົນປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບປະເທດເຮົາ ແນໃສ່ຂົນຂວາຍປະຊາຊົນປະ ຕິບັດແນວທາງ, ນະໂຍບາຍໃນ ການປົກປັກຮັກສາຊາຍແດນ, ເຂດນໍ້າແດນດິນຂອງຕົນ, ສ້າງ ຊາຍແດນແຫ່ງສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືທີ່ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ແນວລາວສ້າງຊາດສຸມ ໃສ່ການຄົ້ນຄວ້າ ແລະ ແລກ ປ່ຽນບົດຮຽນອັນດີຂອງວຽກ ງານແນວໂຮມຈາກປະເທດ ອ້າຍນ້ອງ ເພື່ອສືບຕໍ່ປັບປຸງ ດ້ານການຈັດຕັ້ງ, ເນື້ອໃນ ແລະ ຮູບການເຄື່ອນໄຫວຕົວຈິງຂອງ ແນວລາວສ້າງຊາດໃຫ້ສອດ ຄ່ອງກັບສະພາບຈຸດພິເສດຂອງ ວຽກງານນີ້ ໃນເງື່ອນໄຂໃໝ່ ບົນຈິດໃຈສ້າງການຫັນປ່ຽນ ຢາ່ງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນປະ ສິດທິຜົນໃນການເຄື່ອນໄຫວໃຫ້ ສູງຂຶ້ນເລື້ອຍໆ. ບັນຫາສໍາຄັນ ໜຶ່ງອີກອັນໜຶ່ງຂອງການເຄື່ອນ ໄຫວວຽກງານແນວລາວສ້າງ ຊາດໃນໄລຍະນີ້ ແລະ ຕໍ່ໄປ ແມ່ນສືບຕໍ່ປັບປຸງຮູບການເຄື່ອນ ໄຫວການທູດພາກປະຊາຊົນໃຫ້ ເຂົ້າສູ່ລວງເລິກ ເປັນຕົ້ນແມ່ນ ການນໍາເອົາມູນເຊື້ອທີ່ເປັນເອກະ ລັກຂອງຊາດ, ຜະລິດຕະພັນ, ວັດທະນະທໍາ, ອາຫານການກິນ ແລະ ສິນຄ້າອື່ນໆທີ່ເປັນເອກະ ລັກ ແລະ ຜະລິດຈາກປະຊາຊົນ ຂອງຊາດເຮົາ... ໄປສູ່ສາກົນໃຫ້ ກວ້າງຂວາງ ແລະ ມີຊີວິດຊີວາ ເພື່ອດຶງດູດການລົງທຶນ, ການ ຢ້ຽມຢາມ, ທ່ອງທ່ຽວມາສູ່ປະ ເທດຊາດໃຫ້ຫຼາຍຂຶ້ນ. ຫົກ: ສືບ ຕໍ່ສ້າງເງື່ອນໄຂ ແລະ ຊຸກຍູ້ສິ່ງ ອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ພີ່ນ້ອງເຊື້ອສາຍລາວທີ່ ຢູ່ຕ່າງປະເທດ ທີ່ຍັງຮັກເຊື້ອ ແພງຊາດໄດ້ອວ່າຍໜ້າມາຫາ ປະເທດຊາດທີ່ເປັນບ້ານເກີດ ເມືອງນອນຂອງຕົນ ເພື່ອຮ່ວມ ກັນສ້າງສາພັດທະນາປະເທດ ເທົ່າທີ່ມີເງື່ອນໄຂ ແລະ ຄວາມ ສາມາດຂອງຕົນ ເພື່ອຮ່ວມກັບ ປະຊາຊົນພາຍໃນປະເທດ ສ້າງ ສາພັດທະນາຊາດ ບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງສືບຕໍ່ໄປ. ຂ່າວ: ສນຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ