ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຫົວໜ້າຫ້ອງວ່າການ ແລະ ຫົວໜ້າການເມືອງທະຫານນະຄອນຫຼວງ
ເວລາອອກຂ່າວ: 2021-11-29 10:45:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ກະຊວງປ້ອງກັນປະເທດ ໄດ້ປະກາດການແຕ່ງຕັ້ງຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດ ແລະ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໃນວັນທີ 26 ພະຈິກ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນ ໂທ ປອ ທອງລອຍ ສິລິວົງ ກຳມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ, ບັນດາ ກົມໃຫຍ່, ຫ້ອງວ່າການກະຊວງ ປ້ອງກັນປະເທດ, ອົງການ, ຫ້ອງການ ແລະ ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ. ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຄະນະພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມພະ ນັກງານກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ຫົວໜ້າການເມືອງກອງບັນຊາ ການທະຫານ ນະຄອນຫຼວງວຽງ ຈັນ ແລະ ວ່າດ້ວຍການຍົກຍ້າຍ ນາຍທະຫານໄປຮັບໜ້າທີ່ໃໝ່ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມ ມາ ເປັນຫົວໜ້າການເມືອງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ແລະ ຍົກຍ້າຍ ສະ ຫາຍ ພົນຈັດຕະວາ ສີພອນ ຈັນ ສົມວົງ ຫົວໜ້າການເມືອງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ (ຄົນເກົ່າ) ໄປຮັບ ໜ້າທີ່ໃໝ່ຢູ່ຫ້ອງວ່າການປົກ ຄອງ ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ມີຄຳ ເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່່ພ້ອມທັງເນັ້ນໜັກໃຫ້ຍົກສູງ ຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນໃນການຊີ້ນຳ-ນຳ ພາຂົງເຂດວຽກງານຕາມພາລະ ບົດບາດຂອງກົມກອງ, ສຸມໃສ່ປັບ ປຸງແບບແຜນວິທີເຮັດວຽກ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງ ກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວິຊາສະເພາະຕົວຈິງຂອງກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ