ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງສາລະວັນ ວາງພວງມາລາ ແລະ ໂຮມຊຸມນຸມ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 46 ປີ
ເວລາອອກຂ່າວ: 2021-11-29 10:44:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ການນຳແຂວງສາລະວັນ ນຳໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການ ສູນກາງພັກ ເລຂາ ຄະນະບໍລິ ຫານ ງານພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມ ຄະນະ, ມີບັນດາພະແນກການ ອ້ອມຂ້າງແຂວງ ແລະ ການນຳ ເມືອງສາລະວັນ ໄດ້ເຂົ້າວາງ ພວງມາລາທີ່ອະນຸສາວະລີນັກ ຮົບນິລະນາມ, ວາງກະຕ່າດອກ ໄມ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອະນຸສາ ວະລີອົງແກ້ວ ເພື່ອສະແດງຄວາມ ເຄົາລົບຮັກຕໍ່ບຸນຄຸນ, ຄຸນງາມ ຄວາມດີ, ຄວາມເປັນແບບຢ່າງ ອັນປະເສີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກ ຂອງປວງຊົນລາວທັງຊາດ ແລະ ເພື່ອລະນຶກເຖິງຜົນງານອັນ ດີເດັ່ນທີ່ນັກຮົບປະຕິວັດໄດ້ເສຍ ສະຫຼະຊີວິດ ເພື່ອປະເທດຊາດໃຫ້ ມີຄວາມໝາຍຄວາມສຳຄັນ ແລະ ຄຶກຄື້ນມ່ວນຊື່ນ. ພ້ອມນີ້ຍັງໄດ້ ຈັດພິທີ ໂຮມຊຸມນຸມປາຖະກະຖາ ວັນຊາດທີ 2 ທັນວາ ແລະ ລະນຶກ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຢູ່ທີ່ສະໂມ ສອນໃຫຍ່ຂອງແຂວງໂດຍມີອຳ ນາດການປົກຄອງແຂວງ, ກຳລັງ ປກຊ-ປກສ ແລະ ບັນດາພະແນກ ການອ້ອມຂ້າງແຂວງ ພ້ອມດ້ວຍ ອົງຈັດຕັ້ງມະຫາຊົນເຂົ້້າຮ່ວມ ຮັບຟັງ. ໃນພິທີີ ສະຫາຍ ພັນເອກ ອັອດ ໄຊຍະວົງ ອະດີດຄະນະປະ ຈຳພັກແຂວງ, ອະດີດເລຂາຄະນະ ພັກຫົວໜ້າການທະຫານກອງບັນຊາການທະຫານແຂວງສາ ລະວັນ ໄດ້ຂຶ້ນກ່າວຫວນຄືນ 2 ວັນປະຫວັດສາດ, ໃນນາມ ການນຳພັກ-ລັດ ແຂວງ, ທຸກພາກ ສ່ວນຂໍຈົດຈຳທຸກຄຳສອນ ແລະ ຂໍສືບຕໍ່ຄົ້ນຄ້ວາຮໍ່າຮຽນເອົາ ແບບຢ່າງຄຸນສົມບັດສິນທຳປະຕິ ວັດ ແລະ ແບບແຜນວິທີນຳພາ ຂອງປະທານໄກສອນ ພົມວິຫານ ເພື່ອເປັນເຂັມທິດໃນການວາງ ແນວທາງຂອງພັກ, ກົດໝາຍ ຂອງລັດຢ່າງຖືກຕ້ອງ ເພື່ອສືບ ຕໍ່ນຳພາ, ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າ ລວມເວົ້າສະເພາະ ກໍຄືນຳພາ ແຂວງສາລະວັນ ກ້າວໄປສູ່ ຄວາມຈະເລີນຮັ່ງມີເຂັ້ມແຂງຂຶ້ນ ເລື້ອຍໆ. ໂດຍ : ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ