ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 511ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-11-29 10:34:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 836 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ກອງພັນ 511 ໄດ້ຈັດຕັ້ງຍິງ ເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2021 ຢູ່ທີ່ສະໜາມ ຍິງປືນ ກອງພັນໃຫຍ່ 497, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມ ອົບຮົມ ກົມໃຫຍ່ເສນາທິການ ກອງທັບ, ສະຫາຍ ພັນໂທ ບົວພາ ໄມພອນ ຮອງຫົວໜ້າກົມຊ່າງ ແສງ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແກ້ວມະນີ ເພັງບຸນເຮືອງ ຮອງຫົວໜ້າການ ທະຫານ ກອງພັນ 511 ໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບຍິງ ເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງ ນີ້ໂດຍປະຕິບັດຕາມຄຳສັ່ງແຈ້ງ ການຂອງກົມອົບຮົມ ກົມໃຫຍ່ ເສນາທິການກອງທັບ ແລະ ກົມ ຊ່າງແສງ ວ່າດ້ວຍການຈັດຕັ້ງ ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ຍິງເປົ້າໝາຍລູກປືນແທ້ ຂອງເຫຼົ່າຮົບວິຊາສະເພາະໃຫ້ພະ ນັກງານ-ນັກຮົບ ປະຈໍາປີ 2021. ຈຸດປະສົງເພື່ອເຮັດໃຫ້ພະນັກ ງານ-ນັກຮົບພາຍໃນກົມກອງ ກຳແໜ້ນທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະ ຫານຮາບກ່ຽວກັບບັນດາທ່າຈັງ ຫວະ, ເຕັກນິກຂອງການຈັດຕັ້ງ ຍິງລູກປືນແທ້ ທັງຮັບປະກັນ ໃຫ້ມີຄວາມຄ່ອງແຄ້ວໃນການ ນຳໃຊ້ອາວຸດ-ຍຸດໂທປະກອນ ໃຫ້ມີຄຸນນະພາບສູງໃນເວລາສູ້ ຮົບຕົວຈິງ ແລະ ຖືກຕ້ອງກັບຄໍາ ສັ່ງຂອງຂັ້ນເທິງ. ທັງນີ້ເພື່ອເປັນການຍົກສູງ ການນຳໃຊ້ອາວຸດຍຸດໂທປະກອນ ໃຫ້ມີຄວາມຊຳນິຊຳນານ ແລະ ກຳແໜ້ນທາງດ້ານທິດສະດີຫຼັກ ການ, ບາດກ້າວເນື້ອໃນຫັດແອບ, ບັນດາທ່າຈັງຫວະການເຄື່ອນ ໄຫວຂອງບົດຍິງຈັ້ງທ່າ, ພ້ອມ ທັງຮັບປະກັນຄວາມປອດໄພ 100% ແລະ ເຮັດສຳເລັດຕາມ ແຜນການອົບຮົມ-ຫັດແອບຂອງ ກົມກອງອີກດ້ວຍ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ