ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບປືນກາລີວຈຳນວນ 420 ກະບອກໃຫ້ກະຊວງປ້ອງກັນປະເທດ ສປປ ລາວ.
ເວລາອອກຂ່າວ: 2019-01-16 10:41:47 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2019 ນີ້, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ນໍາເອົາປືນ ກາລີວ (GALIL) ຈໍານວນ 420 ກະບອກ ມາມອບໃຫ້ກະ ຊວງປ້ອງກັນປະເທດ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນພິທີສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ໃນ ວັນ ທີ 20 ມັງກອນ 2019 ນີ້. ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດ ສສ ຫວຽດນາມກ່າວ ມອບໂດຍສະຫາຍ ພັນເອກພິ ເສດ ຕ່າວວັນທ່າຍ ທີ່ປຶກສາທູດ ປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ, ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ສປປ ລາວ ກ່າວຮັບໂດຍສະຫາຍພົນ ຕີ ປະສິດ ທ່ຽງທໍາ ກຳມະການ ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ໂດຍຊ້ອງໜ້າສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ,ຜູ້ຕາງໜ້າຈາກບັນ ດາກົມໃຫຍ່, ຫ້ອງວ່າການກະ ຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ສະຫາຍ ພົນຕີ ປະສິດ ທ່ຽງ ທໍາ ໄດ້ກ່າວວ່າ: ການປະກອບ ສ່ວນມອບປືນກາລີວຂອງກອງ ທັບປະຊາຊົນຫວຽດນາມເຂົ້າໃນພິທີສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ໃນຄັ້ງນີ້ແມ່ນມີຄວາມໝາຍສໍາ ຄັນທີ່ສຸດ, ສະແດງເຖິງນໍ້າໃຈ ແຫ່ງມິດຕະພາບ ແລະ ຄວາມ ຮັກແພງທີ່ເປັນມູນເຊື້ອທີ່ບໍ່ສາ ມາດປະເມີນຄ່າໄດ້, ມັນແມ່ນ ສັນຍາລັກແຫ່ງການພົວພັນ ຮ່ວມມືພິເສດທີ່ແທ້ຈິງຖານສະຫາຍອ້າຍນ້ອງຂອງພວກເຮົາທັງເປັນການປະກອບສ່ວນ ອັນສໍາຄັນ ເຮັດໃຫ້ພິທີສວນສະ ໜາມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີນີ້ ໃຫ້ມີຄວາມໝາຍ ຢ່າງເລິກເຊິ່ງ ແລະ ສະແດງໃຫ້ຊາວໂລກໄດ້ຮັບຮູ້,ໄດ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງ ກອງທັບປະຊາຊົນລາວຕະຫຼອດ ໄລຍະ 70 ປີຜ່ານມາ. ຕະຫຼອດໄລຍະຜ່ານມາສອງກອງທັບລາວ-ຫວຽດນາມຍາມໃດກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງ ຮອບດ້ານ ແລະ ສະໜິດແໜ້ນ, ບໍ່ວ່າໃນຍາມສົງຄາມ ກໍຄືໃນ ຍາມສັນຕິພາບ, ສິ່ງດັ່ງກ່າວໄດ້ ກາຍເປັນມູນເຊື້ອ ແລະ ເປັນ ແວ່ນແຍງອັນໃສແຈ້ງໄດ້ຮັບ ການສືບທອດຈາກພະນັກງານ- ນັກຮົບສອງກອງທັບ, ຮຸ່ນສູ່ຮຸ່ນ ແລະ ໄດ້ກາຍເປັນສັນຍາລັກຂອງ ຄວາມໝັ້ນຄົງທະນົງແກ່ນ ແຫ່ງ ການພົວພັນຮ່ວມມືຂອງສອງ ກອງທັບລາວ-ຫວຽດນາມຕະ ຫຼອດໄປ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ