ທະຫານນະຄອນປາກເຊ ສະຫຼຸບວຽກງານ ການທະຫານທ້ອງຖິ່ນ ປະຈໍາປີ 2021
ເວລາອອກຂ່າວ: 2021-11-29 10:33:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກ ງານການທະຫານທ້ອງຖິ່ນ ປະ ຈໍາປີ 2021 ແລະ ທິດທາງແຜນ
ການປີ 2022 ຂອງກອງບັນຊາ ການທະຫານນະຄອນປາກເຊ
ແຂວງຈໍາປາສັກ ຈັດຂຶ້ນຫວ່າງບໍ່
ດົນຜ່ານມານີ້, ໂດຍການເຂົ້າຮ່ວມ
ເປັນປະທານຂອງ ສະຫາຍ ຄອນສະຫວັນ ວັນນິວົງຄໍາ ຮອງ
ເຈົ້ານະຄອນ, ຮອງຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບນະຄອນປາກເຊ, ມີສະຫາຍ ພັນໂທ ວິໄລ ສັນທະວີ
ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງຈໍາປາສັກ, ມີຄະ
ນະພັກ-ຄະນະບັນຊາກອງບັນຊາ
ການ, ກອງບັນຊາການປ້ອງກັນ ຄວາມສະຫງົບນະຄອນປາກເຊ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ວິລັດ
ອິນທະວົງສາ ຮອງຫົວໜ້າການ ທະຫານ ກອງບັນຊາການ, ຫົວ ໜ້າພະແນກເສນາທິການທະ ຫານນະຄອນປາກເຊ ໄດ້ຜ່ານ ບົດສະຫຼຸບວຽກງານການທະ ຫານທ້ອງຖິ່ນ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022
ຂອງກອງບັນຊາການທະຫານ ນະຄອນປາກເຊ, ເຊິ່ງຍົກໃຫ້ ເຫັນຈຸດດີຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນ ໄດ້ໃນໄລຍະ 1 ປີຜ່ານມາຄະນະ ພັກ-ຄະນະບັນຊາໄດ້ສຸມໃສ່ໃນ ການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດຂໍ້ກໍາ
ນົດ, ກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ, ຫັນ
ເອົາພະນັກງານ-ນັກຮົບລົງກໍ່ ສ້າງຮາກຖານການເມືອງ ຕາມ ທິດຊີ້ນໍາ 4 ເນື້ອໃນ 4 ຄາດ ໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກ, ຊີ້ນຳກໍາລັງກອງຫຼອນສຸມໃສ່ການກໍ່ສ້າງພື້ນຖານຂົງເຂດວຽກງານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດປະເມີນບ້ານປ້ອງກັນ ຊາດດີ ໄດ້ 42 ບ້ານ, ເຂົ້າຮ່ວມກອບກູ້ໄພພິບັດທໍາມະຊາດຢູ່ຕີນ ພູບາຈຽງ 3 ຄັ້ງ ມີ 44 ເທື່ອຄົນ, ລົງກວດກາປ້ອງກັນສະກັດກັ້ນ
ພະຍາດໂຄວິດ-19 ທັງໝົດ 4 ຄັ້ງ, ມີກໍາລັງປ້ອງກັນຊາດ ແລະ ກໍາ
ລັງກອງຫຼອນບ້ານ 8.448 ສະ ຫາຍ, ສາມາດຕີລາຄາ ແລະ ຈັດປະເພດໄດ້ຄື: ກອງຮ້ອຍແຂງ 5 ກອງຮ້ອຍ, ກາງ 1 ກອງຮ້ອຍ, ໝວດແຂງ 45 ໝວດ, ກາງ 8 ໝວດ, ກໍາລັງກອງຫຼອນແຂງ 997 ສະຫາຍ ກາງ 498 ສະຫາຍ. ສໍາລັບທິດທາງແຜນການຕໍ່ໜ້າປີ 2022 ຈະສືບຕໍ່ເພີ່ມທະວີບົດ ບາດການນໍາພານຂອງພັກ, ຊຸກ
ຍູ້ວຽກງານກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ກໍາລັງກອງຫຼອນບ້ານ, ເສີມ ຂະຫຍາຍກໍາລັງແຮງສັງລວມທົ່ວປວງຊົນເພື່ອປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄືທ້ອງຖິ່ນຂອງຕົນມີ ຄວາມປອດໄພໂດຍພື້ນຖານ.
ໂດຍ: ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ