ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂ່ງຂັນກັອຟເພືອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-16 10:39:16 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349218905 | ຄວາມນິຍົມ:



ກະຊວງປ້ອງກັນປະເທດໄດ້ ຈັດງານແຂ່ງຂັນກີລາກ໋ອຟ ເພື່ອ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ຂຶ້ນໃນຕອນ ເຊົ້າຂອງວັນທີ 13 ມັງກອນ 2019 ນີ້, ຢູ່ທີ່ສະໜາມກ໋ອຟລ໋ອງ ວຽງ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ,​ ຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ເປັນກຽດເຂົ້າຮ່ວມໂດຍມີການ ນຳພັກ-ລັດຂັ້ນສູງ, ນັກກີລາກ໋ອຟ ເຂົ້າຮ່ວມ. ທ່ານພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ປະທານຈັດງານ ແຂ່ງຂັນກີລາກ໋ອຟ ເພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີໄດ້ໃຫ້ ຮູ້ວ່າ: ການຈັດການແຂ່ງຂັນກີ ລາກ໋ອຟໃນຄັ້ງນີ້ແມ່ນກິດຈະກຳ ສຳຄັນໜຶ່ງໃນຫຼາຍໆກິດຈະກຳ ເພື່ອຮ່ວມສະເຫຼີມສະຫຼອງສ້າງ ສັນບັນຍາກາດວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປິີໃຫ້ຟົດຟື້ນ ແລະ ເປັນຂະບວນ ກວ້າງຂວາງ, ທັງເປັນການຮັດ ແໜ້ນຄວາມສາມັກຄີລະຫວ່າງ ນັກກີລາກ໋ອຟໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ. ພາຍໃນງານບັນດານັກທຸລະ ກິດຍັງໄດ້ອຸປະຖຳ ແລະ ຊຸກຍູ້ ຊ່ວຍເຫຼືອກອງທັບລວມເປັນຈຳ ນວນເງິນຫຼາຍຮ້ອຍລ້ານກີບຕື່ມ ອີກ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ