ກອງພັນໃຫຍ່ 644 ປິດການອົບຮົມ ຫັດແອບວຽກງານເຕັກນິກໄລຍະສັ້ນ
ເວລາອອກຂ່າວ: 2021-11-26 15:05:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1354 | ຄວາມນິຍົມ:
ກອງພັນໃຫຍ່ 644 ໄດ້ປິດ
ຊຸດອົບຮົມວຽກງານເຕັກນິກ ລົງຢ່າງເປັນທາງການໃນວັນທີ 24 ພະຈິກ 2021 ນີ້. ໂດຍການ
ເຂົ້າຮ່ວມຂອງ ສະຫາຍ ພັນໂທ
ແກ້ວວຽງສັກ ແກ້ວລາ ຫົວໜ້າ
ການທະຫານ ກອງພັນໃຫຍ່
644, ມີບັນດາສະຫາຍຄະນະ
ພັກ-ຄະນະບັນຊາ, ພະນັກງານ ຫຼັກແຫຼ່ງ, ຂັ້ນນຳພາ-ບັນຊາ,
ຈາກພະແນກການ ກົມກອງ
ອ້ອມຂ້າງຕະລອດຮອດພະນັກ
ງານ-ນັກຮົບວິຊາສະເພາະເຂົ້າ ຮ່ວມ.
ສະຫາຍ ພັນໂທ ວິໄລພົງ ມະນີບົດ ຫົວໜ້າພະແນກເຕັກນິກໄດ້ຂຶ້ນຜ່ານບົດສະຫຼຸບວຽກງານອົບຮົມ-ຫັດແອບປະຈຳປີ 2021 ຕາມຄຳສັ່ງແນະນຳຂອງ ກົມປ້ອງກັນອາກາດ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານ ອົບຮົມ-ຫັດແອບ ປະຈຳປີ 2021 ແລະ ຕາມແຜນການອົບຮົມປະ ຈຳປີຂອງກອງພັນໃຫຍ່ 644 ໄດ້ເປີດໃນວັນທີ 8 ກຸມພາ 2021 ທີ່ຜ່ານມານີ້ ແລະ ອີງ ໃສ່ຄວາມ ເປັນຈິງຂອງກົມກອງບາງວິຊາ ສະເພາະທີ່ຍັງບໍ່ທັນຮັບໃຊ້ໜ້າທີ່ການເມືອງຂອງກົມກອງ ໄດ້ ດີເທົ່າທີ່ຄວນຈຳເປັນຕ້ອງໄດ້ ອົບຮົມ-ຫັດແອບເພື່ອຍົກລະດັບ ຄວາມຮູ້ຂຶ້ນຕື່ມໃນການປະຕິ ບັດໜ້າທີ່ວິຊາສະເພາະເຕັກນິກ ສະເພາະໜ້າ ແລະ ຍາວນານ. ຕະຫຼອດໄລຍະການອົບຮົມ-ຫັດ
ແອບທາງດ້ານທິດສະດີ ແລະ
ພາກປະຕິບັດຕົວຈິງສາມາດສະ
ຫຼຸບສັງລວມໄດ້ດັ່ງນີ້: ເວລາ
ອົບຮົມເຕັກນິກ ອາວຸດກະສຸນ 4 ວັນ. ຈຳນວນພົນເຂົ້າຮ່ວມ 86 ສະຫາຍ, ໃນນັ້ນຄະນະຊີ້ນຳລວມ 5 ສະຫາຍ, ອານຸກຳມະການ ກົມກອງ 7 ສະຫາຍ, ຄະນະ
ຮັບຜິດຊອບ ແລະ ວຽກງານຮັບ
ປະກັນຕົວຈິງ 3 ສະຫາຍ, ຄູສອນ 9 ສະຫາຍ. ຈຳນວນພົນອົບຮົມ-ຫັດແອບຕົວຈິງ 65 ສະຫາຍ ເກັ່ງ 30 ສະຫາຍ, ກາງ 25 ສະຫາຍ ແລະ ຄາດໝາຍ 10 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ແກ້ວວຽງສັກ ແກ້ວລາ ໄດ້ສະແດງຄວາມຍ້ອງຍໍ-ຊົມ ເຊີຍຜົນງານທີ່ບັນດາສະຫາຍ ທຸກຄົນໄດ້ພ້ອມກັນເອົາໃຈໃສ່ປະ ຕິບັດໜ້າທີ່ວຽກງານຕະຫຼອດ
ໄລຍະຜ່ານມາ. ພ້ອມນີ້ກໍໄດ້ຮຽກ ຮ້ອງ ແລະ ເນັ້ນຕື່ມໃຫ້ທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ໃນການ ເຝິກແອບ-ຮໍ່າຮຽນ ກຳໄດ້ທິດສະ ດີຫຼັກການ ແລະ ພາກປະຕິບັດຕົວຈິງໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວດີຂຶ້ນກວ່າເກົ່າ.
ໂດຍ: ສົມສັກ ແກ້ວດວງດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ