ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 616 ທະຫານແຂວງບໍລິຄຳໄຊ ຊ້ອມຮົບຍິງລູກປືນແທ້
ເວລາອອກຂ່າວ: 2021-11-26 15:04:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1075 | ຄວາມນິຍົມ:



ພາຍຫຼັງການອົບຮົມ-ຫັດ ແອບການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກປະ ຈຳປີ 2021 ຂອງກອງພັນ 616 ທະຫານແຂວງບໍລິຄຳໄຊ ໄດ້ສຳເລັດລົງ, ມາຮອດວັນທີ 17 ພະຈິກ 2021 ນີ້ກໍໄດ້ມີການ ຈັດຕັ້ງຊ້ອມຮົບຍິງລູກປືນແທ້ ໂດຍນຳໃຊ້ 1 ໝວດທະຫານຮາບບຸກຕິສັດຕູຢູ່ພູຜາປ່າດົງ ຂຶ້ນຢູ່ທີ່ສະໝາມຫັດແອບຂອງ ກອງພັນ 616, ໂດຍພາຍໃຕ້ ການຊີ້ນໍາ-ນໍາພາຂອງ ສະຫາຍ ພັນໂທ ວຽງຄຳ ວົງຄຳຈັນ ຮອງຫົວໜ້າການທະຫານກອງ ພັນ 616, ມີຄະນະພັກ-ຄະນະ ບັນຊາກອງຮ້ອຍ, ຄູ-ອາຈານ ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວກົມກອງເຂົ້າຮ່ວມ. ການຫັດແອບຊ້ອມຮົບຍິງ ດ້ວຍລູກປືນແທ້ໃນຄັ້ງນີ້ ສະຫາຍ ຮ້ອຍຕີ ວຽງທອງ ສອນທະວີສັກ ຊ່ວຍວຽກອົບຮົມກອງພັນ ກໍໄດ້ຂຶ້ນຜ່ານແຜນການຊ້ອມຮົບປະສານສຽງແຕກ ເພື່ອຮັບປະກັນຄວາມປອດໄພໃນການຊ້ອມຮົບ ໃຫ້ດຳເນີນໄປດ້ວຍຜົນສຳເລັດ, ຈາກນັ້ນ ສະຫາຍ ຮ້ອຍຕີ ບຸນມີ ຫຼວງເພັດ ຮັບຜິດຊອບບັນຊາ ໝວດທະຫານຮາບບຸກຕີສັດຕູຢູ່ ພູຜາປ່າດົງ ກໍໄດ້ອະທິບາຍແຜນ ການກະກຽມວິທີການຈັດຕັ້ງ ປະຕິບັດ ແລະ ຈັດຕັ້ງມອບໝາຍ ໜ້າທີ່ໃຫ້ບັນດາຫົວໜ້າໜູ່, ພະ ນັກງານ-ນັກຮົບໃນໝວດຂອງ ຕົນໄດ້ເຊືຶ່ອມຊຶມ, ກຳແໜ້ນມີ ຄວາມຕັດສິນໃຈສູງ ໃນການ ປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອຮັບປະກັນຄວາມປອດໄພ ແລະ ຮັບຜົນສຳເລັດໃນການຊ້ອມ ຮົບຢ່າງຈົບງາມ. ໂດຍ: ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ