ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ທະຫານແຂວງຄຳມ່ວນ ລົງຢ້ຽມຢາມ ແລະ ເຮັດວຽກງານຢູ່ບັນດາກົມກອງ
ເວລາອອກຂ່າວ: 2021-11-26 14:32:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:



ວັນທີ 24 ພະຈິກ 2021 ນີ້, ສະຫາຍ ພົນຈັດຕະວາ ສົມ ແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ຄຳມ່ວນ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານ ເມືອງຍົມມະລາດ ແລະ ໂຮງຮຽນ ທິດສະດີການເມືອງ-ການທະ ຫານ, ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະພັກ-ຄະນະບັນຊາ, ພະນັກງານ-ນາຍທະຫານ ບັນດາ ກົມກອງດັ່ງກ່າວ. ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ບັນດາ ຄະນະພັກ-ຄະນະບັນຊາ ແຕ່ລະ ກົມກອງ ກໍໄດ້ຜັດປ່ຽນກັນຂຶ້ນ ລາຍງານສະພາບ ການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ ໂດຍສະເພາະຊອບຂອງຕົນ ແມ່ນມີຄວາມ ສະຫງົບໂດຍພື້ນຖານ ໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານ ທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ສອດຄ່ອງ ກັບ 4 ເນື້ອໃນ 4 ຄາດໝາຍ ທີ່ຂັ້ນ ເທິງໄດ້ວາງອອກ ໃນການລົງກໍ່ ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຮອບດ້ານ, ໃນການເຄື່ອນໄຫວສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ ພະນັກງານ-ນັກຮົບ ແລະ ພໍ່ແມ່ປະ ຊາຊົນໃນຂອບເຂດຮັບຜິດຊອບ, ດ້ວຍການນຳເອົາບັນດາເນື້ອ ໃນເອກະສານ ລົງໄປເຊື່ອມຊຶມ ແລະ ເຜີຍແຜ່ໃຫ້ໄດ້ຮັບຮູ້ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ມະ ຕິຕ່າງໆຂອງຂັ້ນເທິງຢ່າງເລິກ ເຊິ່ງ ເປັນຕົ້ນການເຄື່ອນໄຫວ ຕ້ານ ແລະ ສະກັດກັ້ນການແຜ່ລະ ບາດຂອງພະຍາດໂຄວິດ-19 ເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ ລາມເປັນວົງກວ້າງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທາງ ສັງຄົມ, ບັນຫາຢາເສບຕິດ, ການ ຄ້າຂາຍເຖື່ອນ, ບັນຫາສາສະໜາ ແລະ ບັນຫາອື່ນໆ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາ ແຕ່ລະກົມກອງ, ຈົ່ງສືບຕໍ່ເອົາ ໃຈໃສ່ເຄື່ອນໄຫວສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ ພະນັກງານ-ນັກຮົບ ຮັບຮູ້ ແລະ ເຊື່ອມຊຶມຕາມແນວທາງນະໂຍ ບາຍຂອງພັກກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງ ທັບ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ມີ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຮັດວຽກຖືກຕາມຫຼັກການລວມ ຂອງພັກ ແລະ ມີແບບແຜນວິທະ ຍາສາດ, ເອົາໃຈໃສ່ເຝິກແອບ ຮໍ່າຮຽນທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ພະລາທິການ- ເຕັກນິກໃຫ້ມີຄວາມຊຳນິຊຳ ນານ, ເຮັດໃຫ້ກົມກອງມີຄວາມ ໜັກແໜ້ນ ເຂັ້ມແຂງ ຫັນເປັນກົມ ກອງທີ່ມີລະ ບຽບແບບແຜນ ແລະ ທັນສະໄໝ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ