ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ ລາວພັດທະນາກະສິກຳສະອາດ ປຶກສາຫາລືການສະໜອງເຂົ້າກິນໃຫ້ກອງພົນທີ 4
ເວລາອອກຂ່າວ: 2021-11-26 14:25:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ:



ໃນວັນທີ 19 ພະຈິກ 2021 ບໍລິສັດລາວພັດທະນາກະສິກຳ ສະອາດ ນະຄອນຫຼວງວຽງຈັນ ໄດ້ປືກສາຫາລື ດ້ານການສະ ໜອງເຂົ້າກິນໃຫ້ກອງພົນທີ 4. ໂດຍການເຂົ້າຮ່ວມ ຝ່າຍກອງ ພົນທີ 4 ແມ່ນ ສະຫາຍ ພົນຈັດຕະ ວາ ສົມຈິດ ກິຕິຍະລາດ ຫົວໜ້າ ການເມືອງກອງພົນທີ 4 ພ້ອມ ຄະນະ, ຝ່າຍບໍລິສັດລາວພັດທະ ນາກະສິກຳສະອາດ ນະຄອນ ຫຼວງວຽງຈັນ ແມ່ນ ທ່ານ ນາງ ຈິດຕະພອນ ທິແກ້ວ ພ້ອມດ້ວຍພະ ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຝ່າຍບໍລິສັດລາວພັດ ທະນາ ກະສິກຳສະອາດ ນະຄອນຫຼວງ ວຽງຈັນ ນອກຈາກການສະໜອງ ເຂົ້າກິນໃຫ້ກອງພົນທີ 4 ແລ້ວ, ຍັງຈະໄດ້ລົງທຶນໃນການເຊົ່າ ສໍາປະທານເນື້ອທີ່ດິນທີ່ເປັນ ກຳມະສິດຂອງກອງພົນທີ 4 ເພື່ອລົງທຶນ ຈະສ້າງໜອງປາ ເພື່ອລ້ຽງປາ, ຕັ້ງໂຮງສີເຂົ້າ ແລະ ຕັ້ງໂຮງງານນໍ້າດື່ມ ແລະໂຮງ ງານນ້ຳກ້ອນ ພ້ອມກັນນີ້, ຍັງ ລວມໄປເຖິງການສຳຫຼວດເນື້ອ ທີ່ດິນບາງບ່ອນຂອງກອງພົນທີ 4 ເພື່ອສ້າງເປັນ ບ່ອນລ້ຽງສັດ ປະເພດຕ່າງໆເຊັ່ນ: ຟາມລ້ຽງ ໄກ່ ທີ່ມີສະພາບແວດລ້ອມເໝາະ ສົມຖືກຕ້ອງຕາມລະບຽບກົດ ໝາຍບ້ານເມືອງ ກໍຄື ກົດລະບຽບ ຂອງກອງທັບ. ຝ່າຍກອງພົນທີ 4 ໄດ້ປະ ກອບຄໍາຄິດເຫັນ ເພື່ອແລກປ່ຽນ ບົດຮຽນ ພ້ອມທັງຮັບເອົາຄໍາ ສະເໜີເພື່ອປຶກສາຫາລືກັບພາກ ສ່ວນທີ່ກ່ຽວຂ້ອງເພື່ອຂໍອະນຸມັດ ແລະ ຮ່ວມລົງທືນຕໍ່ໄປໃນອະນາ ຄົດ, ສະຫາຍ ພົນຈັດຕະວາ ສົມ ຈິດ ກິຕິຍະລາດ ຍັງໄດ້ກ່າວຕື່ມ ອີກວ່າ: ການລົງທຶນຮ່ວມໃນຄັ້ງ ນີ້, ກໍຖືວ່າເປັນການດີທີ່ຈະຮັບປະ ກັນການສະໜອງເຂົ້າກິນ ແລະ ສະບຽງອາຫານໃຫ້ກອງພົນທີ 4 ທັງເປັນການຮັບປະກັນໃນການ ລ້ຽງດູທັບອີກດ້ວຍ ແລະ ການ ລົງທຶນໃນຄັ້ງນີ້ ແມ່ນພວກເຮົາ ຈະຂໍຕອບໃຫ້ຮູ້ຕາມພາຍຫຼັງ ເມື່ອທຸກພາກສ່ວນມີຄວາມພ້ອມ ແລະ ໃນເວລາອັນເໝາະສົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ